วันพฤหัสบดีที่ 21 มิถุนายน พ.ศ. 2555

ບົດເລື່ອງ : << ບັນດາຄົນຈົນ >>


ທີ່ເມືອງດີເຍີມີຄຸນພໍ່ຜູ້ໜຶ່ງຊື່ວ່າ: ຄຸນພໍ່ມີຣີແອນເພິ່ນເປັນຜູ້ໜຶ່ງທີ່ມີອິດທິພົນ ແລະ ມີຈິດໃຈເອື້ອເຟື້ອແຜ່ຕໍ່ຊາວ ເມືອງດັ່ງກ່າວຢູ່ເຮືອນເພີ່ນມີນ້ອງສາວ ແລະ ຄົນຮັບໃຊ້. ມີມື້ໜຶ່ງຊາຍໄວກາງຄົນຜູ້ໜຶ່ງນຸ່ງເຄື່ອງເກົ່າຂາດສ້ອຍ ໃບໜ້າມີແວດໂສກເສົ່າ. ຫຼັງຈາກທີ່ໄດ້ແຈ້ງເຈົ້າໜ້າທີ່ແລ້ວ. ລາວກໍຍ່າງເຂົ້າເມືອງເມື່ອຫາບ່ອນພັກພາອາໃສແຕ່ ເວລາເຂົ້າໄປຫາເຮືອນຜູ້ໃດກໍມີແຕ່ອັດປະຕູທັງນີ້ກໍເພາະວ່າຊາຍຄົນນັ້ນມີທ່າທີໂສກເສົ້າ ແລະ ເປັນຄົນທຸກຍາກ​ ເຊິ່ງໃຜໆກໍລັງກຽດບາງເທື່ອລາວເຂົ້າຮ້ານອາຫານສັງເຄື່ອງກິນແລ້ວ ເຂົາກໍເອົາອາຫານໃຫ້ ແລະ ບອກໃຫ້ໜີ, ບາງເຮືອນລາວກໍກິນພຽງແຕ່ອາຫານຈະບໍ່ພັກເຊົາເຈົ້າຂອງ ຮ້ານແຫ່ງໜຶ່ງໄດ້ເວົ້າວ່າ ເຈົ້າແມ່ນຊັງວານຊັງນັກ ໂທດເກົ່າແຫ່ງຕູລົງແມ່ນບໍ? ບາງເທື່ອລາວກໍຂໍນອນຄອກສັດ ເຂົາກໍວ່າເຕັມແລ້ວແມ່ນແຕ່ໝາເຂົາກໍບໍ່ໃຫ້ນອນນຳ ໄປໄຂປະຕູເຮືອນໃດເຂົາກໍໄລ່ລາວໜີ. ຫຼາຍຄືນຜ່ານພົ້ນໄປມີແຕ່ນອນຕາກໝອກຕາກລົມ.
 ພໍໄປຮອດເຮືອນແມ່ເຖົ່າຜູ້ໜຶ່ງ ລາວຈຶ່ງແນະນຳວ່າ: ເປັນຫຍັງບໍ່ໄປຫາຄຸນພໍ່ມີຣີແອນ ເພາະເພີ່ນເປັນຄົນໃຈບຸນ. ແລ້ວຊາຍຄົນນັ້ນຈຶ່ງມຸ່ງໜ້າໄປຫາຄຸນພໍ່ມີຣີແອນ ເມື່ອເຄາະປະຕູບຸດໜື່ງປະຕູກໍເປີດອອກ ຊາຍຄົນນັ້ນກໍແນະ ນຳຕົນເອງວ່າ: ຂ້ານ້ອຍນີ້ແມ່ນຊັງວານຊັງ ນັກໂທດເມືອງຕູລົງເຊິ່ງຖືກປ່ອຍຕົວມາໄດ້ສີ່ປີແລ້ວໄປຂໍກິນເຂົ້າ ຂໍນອນແຫ່ງໃດເຂົາກໍຂັບໄລ່ໜີທັງໆທີ່ຂ້ານ້ອຍກໍມີບັດພົ້ນໂທດ(ບັດເຫຼືອງ)ແທ້ໆ ຈາກນັ້ນ ຄຸນພໍ່ກໍອະນຸຍາດໃຫ້ ເຂົ້າໄປໃນເຮືອນ ແລ້ວຮ້ອງບອກຄົນຮັບໃຊ້ໃຫ້ກຽມບ່ອນຢູ່ບ່ອນນອນໃຫ້ແຂກ. ຊັງວານຊັງບໍ່ຢາກເຊື່ອໃນຫູຕົນ ເອງຈຶ່ງແນະນຳຕື່ມວ່າ: ຂ້ານ້ອຍແມ່ນຄົນຂີ້ຄຸກໃດ? ທ່ານເປັນຫຍັງຄືມາໃຈດີແທ້ໆ ຄຸນພໍ່ເວົ້າວ່າເປັນຫຍັງບໍ່ສຳ ຄັນດອກນີ້ບໍ່ແມ່ນເຮືອນຂ້ອຍ ແຕ່ແມ່ນເຮືອນພະຜູ້ເປັນເຈົ້າ. ຊັງວານຊັງ ແມ່ນລູກກຳມະກອນທຸກຈົນລາວບໍ່ມີວິ ຊາຄວາມຮູ້ໃດຕິດຕົວ. ຖືວ່າເປັນຄົນດ້ອຍການສຶກສາ ຍ້ອນຊີວິດເຄີຍທຸກຍາກແຕ່ຍັງນ້ອຍໆ ລາວຈຶ່ງກາຍເປັນ ຄົນງຽບຂຶມມີແນວໂສກເສົ້າຢູ່ສະເໝີ. ແມ່ຂອງລາວເສຍຊີວິດຍ້ອນເຈັບປ່ວຍ, ພໍ່ຂອງລາວເປັນຜູ້ເຜົ້າສວນສາ ທາລະນະ ແລະ ຕາຍຍ້ອນຕົກກົກໄມ້. ເອື້ອຍຂອງລາວເປັນຜູ້ລ້ຽງດູ. ເມື່ອຊັງວານຊັງໃຫຍ່ຂຶ້ນຜົວຂອງ ເອື້ອຍຊ່ຳພັດຕາຍ ດັ່ງນັ້ນ, ພາລະລ້ຽງດູຄອບຄົວຂອງເອື້ອຍເຊິ່ງມີລູກເຖິງແຈັດຄົນ. ຈຶ່ງຕົກເປັນພາລະຂອງລາວ.
      ຊັງວານຊັງໄດ້ສືບຕໍ່ອາຊີບຂອງພໍ່. ການເຮັດວຽກເຮັດງານຂອງຊັງວານຊັງ ເຖິງຈະໜັກໜ່ວງ ແຕ່ກໍຖືວ່າບໍ່ພໍກິນ. ບາງມື້ກໍບໍ່ສາມາດມີເງິນພໍຊື້ເຂົ້າຈີ່ເມື່ອຕ້ອນຫຼານ ເຮັດໃຫ້ຫຼານໂສກເສົ້າຄືກັນບາງ   ເທື່ອໄດ້ເຂົ້າຈີ່ມາກໍໃຫ້ເອື້ອຍ ແລະ ຫຼານລາວເອງກໍເວົ້າພຽງແຕ່ວ່າອິ່ມແລ້, ທັງໆທີ່ຕົນເອງກໍບໍ່ທັນໄດ້ກີນຫຍັງ ມີໄລຍະໜຶ່ງຝຣັ່ງມີວິກິດການດ້ານເສດຖະກິດອາກາດໜາວຈັດຜົນເກັບກ່ຽວບໍ່ໄດ້ຫຼາຍ ຈຶ່ງເກີດມີຄວາມອຶດຢາກ. ຊັງວານຊັງ ກໍໄດ້ຮັບຜົນສະທ້ອນນັ້ນຢ່າງໜັກໜ່ວງ. ຍ້ອຍທຸກຍາກບາງມື້ກໍໄດ້ເຂົ້າຈີ່ມາໃຫ້ຫຼານ ບາງມື້ກໍ ກັບເຮືອນດ້ວຍມືເປົ່າ. ຄ່ຳມື້ໜຶ່ງຂອງວັນອາທິດ. ລາວໄດ້ບ່າງໄປຕາມທາງພໍຮອດຮ້ານເຂົ້າຈີ່ແຫ່ງໜຶ່ງພໍ່ຄ່າເຂົ້າ ຈີ່ນອນລັບຢ່າງສະບາຍພໍໄດ້ຍີນສຽງແວນແຕກກໍໂງຫົວຂຶ້ນເບິ່ງເຫັນມືໜຶ່ງ ຖົກອອກຈາກແວນພໍ່ຄ້າເຂົ້າຈີ່ແລ່ນນໍາ ແລະ ຈັບຊັງວານຊັງໄດ້ແຕ່ບໍເຫັນເຂົ້າຈີ່ສິ່ງທີ່ເປັນຫຼັກຖານກໍຄືມືຂອງຊັງວານຊັງມີເລືອດຍ້ອນແກ້ວບາດ. ຊັງວານຊັງຖືກສົ່ງຂຶ້ນສານຕັດສີນຈຳຄຸກຫ້າປີ. ລາວໝົດຫວັງ ບໍ່ມີປັນຍາຫາລ້ຽງເອື້ອຍ ແລະ ຫຼາໆ... ເວລາຢູ່ ຄຸກພໍມີໂອກາດຈຶ່ງລັກໂຕນອອກ ແຕ່ຖືກຈັບໄດ້ໂທດຈຶ່ງເພີ້ມຂຶ້ນສາມປີ ແລະ ກໍໂຕນໜີອີກ ຖືກຈັບໄດ້ໂທດກໍເພີ້ມ ຂຶ້ນອີກລວມເປັນສິບເກົ້າປີ. ຍ້ອນລັກເຂົ້າຈີ່ພຽງກ້ອນດຽວມາຮອດ 2-3 ມື້ຫຼັງນີ້ຖືກປ່ອຍຕົວອອກຈາກຄຸກ ແລະ ມີບັດເຫຼືອງຕິດໂຕ. ຍ້ອນແນວນັ້ນ ຈຶ່ງເຮັດໃຫ້ສັງຄົມລັງກຽດທີ່ສຸດແຕ່ດຽວນີ້ຊັງວານຊັງຕື່ນໃນຄຳເວົ້າຂອງຄຸນພໍ່ທີ່ ຮ້ອງລາວວ່າທ່ານ. ເພາະໃນຊີວິດຂອງລາວບໍ່ເຄີຍໄດ້ຍີນຈັກເທື່ອ. ຕໍ່ອາຫານການກິນ, ບ່ອນຢູ່ບ່ອນເຊົາລາວບໍ່ຮູ້ ຊີວິດຄືແນວໃດ. ຫຼັງຈາກອາຫານແລງແລ້ວລາວກໍເຂົ້າພັກນອນຢູ່ບ່ອນທີ່ຖືຈັດໄວ້ໃຫ້. ລາວຫຼັບສະນິດແຕ່ຕອນ ຫົວຄ່ຳແຕ່ພໍເດີກສະຫງັດກໍຮູ້ເມື່ອຂຶ້ນ. ຍ້ອນສະຖານທີ່ແປກຈາກນັ້ນຊັງວານຊັງກໍເລີ້ມຄິດທົບ ທວນຫາວິທີ່ໃດໜຶ່ງ ລາວຄິດຫາຖ້ວຍ-ບ່ວງ-ຂາຕັ້ງທຽນ ລາວຄິດວ່າສິ່ງເຫຼົ້ານັ້ນຈະມີລາຄາແພງ ຊັງ  ວານຊັງຕັດສິນໃຈ ລັກໜີອອກຈາກເຮືອນຄຸນພໍ່ໃນຕອນເວລາ 2 ໂມາກາງຄືນ. ພ້ອມດ້ວຍບ່ວງເງິນແລະ ຂາຕັ້ງທຽນຄູ່ໜຶ່ງ. ພໍຕື່ນເຊົ້າມາຄົນຮັບໃຊ້ເຊິ່ງເຮັດໜ້າທີ່ມ້ຽນມັດເຮືອນຊານບໍ່ເຫັນແຂກ ບໍ່ເຫັນບ່ວງເງິນ. ຈຶ່ງໂວຍວາຍຂຶ້ນ ແຕ່ຄຸນພໍ່ຍັງເຮັດທ່າທີເມີນເສີຍ ແລະ ຖາມຄືນວ່າ: ມັນເສຍແທ້ບໍ? ບຶດໜຶ່ງຕຳຫຼວດກໍຈັບຊັງວານຊັງ ມາຫາຄຸນພໍ່ ແລະ ຖາມວ່າ. ນີ້ແມ່ນບ່ວງຂອງຄຸນພໍ່ບໍ່? (ເພາະບ່ວງສະຫຼັກຊື່ຂອງຄຸນພໍ່ໃສ່) ແມ່ນແລ້ວຂ້ອຍເອົາໃຫ້ລາວຄຸນພໍ່ຕອບ. ຊັງວານຊັງກໍຕົກຕະລືງ. ພໍຕຳຫຼວດໜີໄປ ຄຸນພໍກໍສັ່ງສອນລາວວ່າ: ຕໍ່ຈາກນີ້ໄປຂໍໃຫ້ເຈົ້າປັບຕົວເປັນຄົນດີ....ເຄື່ອງທີ່ໃຫ້ເຈົ້ານັ້ນເພື່ອແລກປ່ຽນເອົາຄວາມຊົ່ວຂອງເຈົ້າຊັງວານຊັງກໍປະຕິຍານ ວ່າຈະປະຕິບັດຕາມແລ້ວກໍອອກໄປ. ພໍໄປຮອດບ່ອນໜຶ່ງເຫັນເດັກນ້ອຍຫຼີ້ນ ແລະ ເຫັນເງິນພວກເຂົາຕົກ ເຮ່ຍປະມານ 40. ອັດ.ຊັງວານຊັງຊ້ຳພັດຊິເອົາຂອງເຂົາ. ເດັກນ້ອຍເຫັນແນວນັ້ນຊ້ຳພັດຮ້ອງໃຫ້ ເມື່ອເຫັນເດັກນ້ອຍຮ້ອງໃຫ້ລາວຄິດເຫັນຫຼານລາວຈຶ່ງເອົາເງິນແລ່ນໄປສົ່ງເດັກນ້ອຍ ແຕ່ເຂົາຊ້ຳພັດຢ້ານທັງຮ້ອງທັງໃຫ້ແລ່ນໜີໄປ ຈາກນັ້ນລາວປະຕິຍານໃນໃຈວ່າຈະເປັນຄົນດີ ຕໍ່ມາຊື່ຂອງຊັງວານຊັງກໍໄດ້ຖືກລືມໄປຊົ່ວໄລຍະໜຶ່ງ. ກ່າວເຖິງຊາຍໝຸ່ມຍິງສາວສີ່ຄູ່ເຊິ່ງເປັນນັກສຶກສາ ແລະ ສາວກຳມະກອນ. ໃນນັ້ນກໍມີນາງສາວ ຜູ້ໜຶ່ງຊື່ຝັງຕີນເຊິ່ງຮັກກັບຊາຍໜຸ່ມຊື່ວ່າໂຕໂລມີແອດ ຟັງຕີນຮັກກັບໂຕໂລມີແອດ ດ້ວຍຄວາມສັດຊື່ແຕ່ກົງກັນຂ້າມໂຕໂລມີແອດຄິດຕ່າງ. ເຂົາທັງສອງໄດ້ເປັນຂອງກັນ ແລະ ກັນຟັງຕີນກໍຄິດວ່າຈະມອບອານາຄົດໄວ້ກັບໂຕໂລມີແອດພຽງຄົນດຽວມື້ໜຶ່ງ ຊາຍທັງສີ່ກໍນັດສາວທັງສີ່ໄປກິນເຂົ້າຮ້ານອາຫານ ຫຼັງຈາກກິນເຂົ້າແລ້ວກໍປະຈົດໝາຍສະບັບໜຶ່ງໄວ້ໃຫ້ສາວທັງສີ່ຄົນ ແລະ ບອກວ່າໃຫ້ລໍຖ້າບຶດໜຶ່ງ ແຕ່ລໍຖ້າ 2-3 ຊົ່ວໂມງກໍບໍ່ເຫັນວີ້ແວວເຂົາຈຶ່ງຈີກຈົດໝາຍອ່ານ ພວກເຂົາຈຳເປັນຕ້ອງລາໄປກ່ອນຂໍຂອບໃຈ ພວກນ້ອງທີ່ເຄີຍມີບຸນຄຸນຕໍ່ພວກອ້າຍ ພໍຮູ້ເນື້ອໃນຂອງ ຈ.ມ ແລ້ວສາມສາວກໍຖືເປັນທຳມະດາ ແຕ່ສຳລັບຟັງຕີນແລ້ວມັນບໍ່ແມ່ນເລື່ອງທຳມະດາ ທັງນີ້ກໍເພາະວ່ານາງໄດ້ມອບ ທຸກສິ່ງທຸກຢ່າງໃຫ້ໂຕໂລມີແອດແລ້ວ. ນາງຄິດຢາກຕາມຫາໂຕໂລມີແອດ ແຕ່ກໍບໍ່ຮູ້ຊິໄປນຳຫາຢູ່ໃສດັ່ງນັ້ນນາງຈຶ່ງເກີດມີຄວາມຄຽດຊັງ ໂຕໂລມີແອດ ເຊິ່ງເປັນຄົນຕົວະຍົວະຫຼອກລວງ ທ້ອງຂອງນາງນັບມື້ນັບໃຫຍ່ຂຶ້ນຕໍ່ມາກໍຄອດເປັນຜູ້ຍິງ ແລະ ໃຫ້ຊື່ວ່ານາງນ້ອຍໂກແຊັດ. ນາງມີຄວາມຮັກລູກເປັນຫ່ວງລູກ ແລະ ຢາກລ້ຽງດູລູກ ໃຫ້ໃຫຍ່ກ້າໜ້າບານ ແຕ່ຖ້າຫາກເອົາລູກຢູ່ນຳຊ້ຳພັດບໍ່ສາມາດຫາເງິນລ້ຽງລູກໄດ້ຈົນຮອດ 2-3 ປີ. ຈຶ່ງຕົກລົງພາລູກກັບຄືນເມືອບ້ານເກີດ ທີ່ເມືອງມົງເຕຣີຍຊວຽກແມ ເມື່ອກັບເມືອບ້ານຍັງບໍ່ທັນຮອດບ້ານ ກໍໄດ້ພົບກັບແມ່ຍິງຜູ້ໜຶ່ງຫຼີ້ນກັບເດັກນ້ອຍສອງຄົນ ຟັງຕີນເຫັນວ່າຜູ້ຍິງຄົນນັ້ນຄືຈະເປັນຄົນຮັກລູກຮັກເດັກນ້ອຍ ຈຶ່ງເຂົ້າໄປຫາ.ຄອບຄົວນັ້ນຊື່ວ່າ: ຄອບຄົວເຕນາກດີເອ. ເຊິ່ງແມ່ນເຈົ້າຂອງໂຮງແຮມນ້ອຍແຄມທາງແຫ່ງໜຶ່ງ. ຈາກນັ້ນຟັງຕີນຈຶ່ງຕົກລົງຝາກໂກແຊັດໄວ້ນຳຄອບຄົວນັ້ນ. ໂກແຊັດ ແລະ ຕົກລົງຈະຝາກເງິນມາໃຫ້ທຸກໆເດືອນແລ້ວນາງກໍມອບລູກໄວ້ກັບພວກນັ້ນ ໂກແຊັດກໍໄດ້ແຕ່ຮ້ອງໃຫ້ນຳແມ່ໂດຍບໍ່ຮູ້ຈັກດຽງສາຫຍັງໝົດ. ຟັງຕີນ ກໍໄດ້ກັບຄືນບ້ານເກີດເມືອງນອນ ເພື່ອຫາວຽກເຮັດ ແລະ ກໍພອຍຄິດເຖິງລູກສາວນ້ອຍ ຕະຫຼອດເວລາ. ເມືອງເຕຣີຍຊວຽກດຽວນີ້ປ່ຽນແປງຫຼາຍເຊັ່ນມີໂຮງຮຽນ, ໂຮງໝໍ ມີການສ້າງສາ ແລະມີກິດຈະການໆຄ້າ.... ເພາະຢູ່ນີ້ມີນາຍທຶນແປກໜ້າຜູ້ໜຶ່ງ ໄດ້ມາລົງທຶນຈຶ່ງເຮັດໃຫ້ໃບໜ້າ ເມືອງນີ້ມີການປ່ຽນແປງ. ກ່ຽວກັບນາຍທຶນນັ້ນລາວໄດ້ລວບລວມຄົນຫວ່າງງານຕ່າງໆ. ເຂົ້າເຮັດວຽກໃນໂຮງງານຂອງລາວ ແລະ ໃຫ້ເງິນເດືອນຫຼາຍສົມຄວນ ຄົນທັງເມືອງກໍຍັງບໍ່ຮູ້ວ່ານາຍທຶນຄົນນັ້ນແມ່ນໃຜແທ້ ແລະ ມາຈາກໃສແທ້. ພວກເຮົາຮູ້ພຽງວ່າລາວຊື່ມາເດີແລນ. ສິ່ງທີ່ລາວໄດ້ເຮັດໃຫ້ກໍແມ່ນໄດ້ເງິນມາສ້າງເຮືອນພັກເຊົາໃຫ້ພວກອອກກິນເບຍບຳນານ ດັ່ງນັ້ນ, ທ່ານມາເດີແລນຈຶ່ງຖືກເລືອກຕັ້ງໃຫ້ເປັນ ເຈົ້າເມືອງ. ຟັງຕີນກໍໄດ້ສະໝັກເຂົ້າເຮັດວຽກໃນໂຮງງານເຮັດແກ້ວຂອງທ່ານມາເດີແລນ ຕົກມາໃນ ໄລຍະໜຶ່ງ ຜູ້ຈັດການໂຮງງານໄດ້ສືບຮູ້ວ່າຟັງຕີນມີເບື່ອງຫຼັງບໍ່ຈະແຈ້ງ ເຊິ່ງຜິດຕໍ່ລະບຽບຂອງໂຮງງານ ຈິ່ງໄລ່ຟັງຕີນອອກຈາກງານ ຟັງຕີນຄິດວ່າແມ່ນທ່ານມາເດີແລນ ໄລ່ອອກກໍຄຽດຊັງມາເດີແລນສຸດຂີດມາໄລຍະໜຶ່ງ ຟັງຕີນຫວ່າງງານ ແລະ ຂາດເງິນເພື່ອສົ່ງໃຫ້ລູກສາວ. ກ່າວເຖິງໝໍເຕນາກດີເອ ເຊິ່ງມີເບື່ອງຫຼັງທີ່ໂຫດຫ່ຽມ ເປັນຄົນໃຈດຳ ແລະ ເຫັນແກ່ຕົວມັນເຄີຍເປັນທະຫານນາໂປລີອົງ ທີ່ຈິງແລ້ວເວລາອອກສະໜາມຮົບ, ໝໍບໍ່ແມ່ນຈະອອກໄປສູ່ເສິກສັດຕູແຕ່ໝໍສວຍໂອກາດ ໄປປຸ່ນສະດົມເງິນຄຳນໍາຊາກສົບຄົນຕາຍ. ຄອບຄົວເຕນາກດີເອ ໄດ້ລ້ຽງດູແລ້ວຍັງຂົ່ມເຫັງເຕັງເຕັກ ເລີ້ມໃຊ້ວຽກແຕ່ໂກແຊັດ ແຕ່ອາຍຸໄດ້ 5 ປີ. ຫ້າ-ຫົກເດືອນເຕນາກດີເອໄດ້ຂຽນຈົດໝາຍໄປຫາຟັງຕີນ. ເພື່ອຖາມເອົາເງິນເດືອນ ແລະ ບອກວ່າໂກແຊັດບໍ່ສະເບຍ ບໍ່ມີເງິນຊື່ຢາ. ຖ້າບໍ່ຝາກເງິນມາໃຫ້ນາງນ້ອຍໂກແຊັດ ຈະເຖິງແກ່ ຄວາມຕາຍ ຟັງຕີນຈົນປັນຍາເຕັມທີບໍ່ມີທາງອອກທີ່ດີສຳລັບນາງເສຍແລ້ວ. ຍ້ອນຄວາມເປັນຫ່ວງ ເປັນໃຍໃນຊີວິດຂອງລູກສາວນ້ອຍຜູ້ເປັນແມ່ຟັງຕີນ ຈຳເປັນຕ້ອງໄດ້ຂາຍຕົວເພື່ອເອົາເງິນສົ່ງໃຫ້ຄ່າລ້ຽງ ດູລູກຕາມທີ່ເຕນາກດີເອສັ່ງ. ເຕນາກດີເອໄດ້ຂຽນ ຈ.ມ ມາຖາມເອົາເງິນຢູ່ເລື້ອຍໆ. ຕໍ່ກັບອາຊີບທີ່ຟັງຕີນກະທຳໄປນັ້ນ ເມື່ອອາຍຸສັງຂານຫຼາຍຂຶ້ນ ກໍເຫັນວ່າເຮັດວຽກງານບໍ່ໄດ້ດີ ການຕັດສິນໃຈຂອງນາງໃນຂັ້ນຕໍ່ມາກໍຄືຖອນແຂ້ວຂາຍ ເພາະແຂ້ວນາງງາມຂາວຄືໄຂ່ມຸກ ແລ້ວກໍຝາກເງິນໄປລ້ຽງລູກ ນາງຟັງຕີນ ຍາມໃດກໍຄິດວ່າລູກສາວນ້ອຍຂອງນາງຄືຈະໃຫຍ່ຂຶ້ນຫຼາຍ ແລະ ອ້ວນພີດີນາງຢາກໄປຢ້ຽມຢາມລູກ ແລະ ກໍຍັງມີຄວາມລະອາຍຢ້ານຄົນອື່ນຮູ້ຈັກ.
     ສ່ວນ ເຕນາກດີເອ ກໍຂຽນຈົດໝາຍມາເລື້ອຍໆ ເຖິງລະດູໜາວກໍວ່າ ໂກແຊັດ ໜາວຫຼາຍ ບໍ່ມີເງິນຈະຊື້ເຄື່ອງນຸ່ງໃຫ້ມາເຖິງໄລຍະນີ້ຟັງຕີນ ກໍຈົນປັນຍາເຕັມທີ ດັ່ງນັ້ນນາງຈຶ່ງຈຳເປັນຕ້ອງຕັດສີນໃຈ ຕັດຜົມຂອງຕົນຂາຍ ແລະ ຄິດວ່າຈາກການຂາຍຜົມແລ້ວລູກຂອງນາງຈະໄດ້ນຸ່ງເຄື່ອງອັນອົບອຸ່ນເພາະ
ນາງໄດ້ເອົາເງິນນັ້ນຊື້ເຄື່ອງອັນງາມໆຝາກໃຫ້ລູກແລ້ວ ແຕ່ເຄື່ອງນຸ່ງນັ້ນແທນທີ່ ໂກແຊັດຈະໄດ້ນຸ່ງ ແຕ່
ພັດແມ່ນລູກສາວຂອງເຕນາກດີເອ. ມາເຖິງໄລຍະນີ້ ຊີວິດທັງຫຼາຍ ແລະ ໃຈຂອງຟັງຕີນຊຸດໂຊມຫຼາຍ ຄວາມງາມທີ່ມີກໍຫາຍໄປ. ຮ່າງກາຍບອກຊ້ຳບໍ່ມີແຂ້ວ ບໍ່ມີຜົມແຕ່ເຖິງຢ່າງໃດກໍຕາມນາງກໍເຮັດໄປ ເພື່ອລູກ ແລະ ກົງກັນຂ້າມກັບ ລູກຊ້ຳພັດບໍ່ໄດ້ຮັບຜົນປະໂຫຍດຫຍັງນາງຄິດຫຼາຍເກີດເຈັບປ່ວຍຈ່ອຍໂຊຫຼ້າເຫຼືອງ ມື້ໜຶ່ງຂະນະທີ່ນາງຍ່າງກາຍຮ້ານຂາຍເຄື່ອງແຫ່ງໜຶ່ງ ມີຊາຍຄົນໜຶ່ງຄິດຢາກຫົວ ເຮີຍອີຫຼ້າມາຫຍັງນີ້ແລ້ວຈັບແຂນ ເອົານ້ຳແຂງໂພະໃສ່ຫົວ, ໃສ່ເສື້ອ ຟັງຕີນໃຈຮ້າຍພຶດຕໍ່ສູ່.
      ໝໍຊາແວແທນທີ່ຈະຈັບຊາຍຄົນນັ້ນ ພັດຈັບເອົາຟັງຕີນໄປຂັງປະຫວັດຂອງໝໍນີ້ ທຳອິດກໍທຸກຍາກແຕ່ມັນບຸກບືນຈົນໄດ້ເປັນຕຳຫຼວດ. ຂັ້ນທຳອິດກໍໄດ້ເປັນນາຍທຳມະໂລງຢູ່ຄຸກຕູລົງ ແລະ ເຄີຍເຝົ້າຍາມ ຊັງວານຊັງ. ເວລາດຽວກັນນັ້ນ ມາເດີແລນກໍໄດ້ມາພົບເຫດການຈຶ່ງໄດເຂົ້າຫ້າມ ປາບບໍ່ໃຫ້ຈັບ ຟັງຕີນ ຊາແວ ວ່າຕ້ອງຈັບນາງຟັງຕີນເຫັນມາເດີແລນ ກໍຄິດເຫັນອາດິດນາງຈິ່ງຖົ່ມນ້ຳລາຍໃສ່ມາເດີແລນ ມາເດີແລ່ນວ່າຟັງຕີນບໍ່ມີຄວາມຜິດ ຊາແວພັດວ່າຜິດເພາະນາງຕີຄົນຮັ່ງມີຄົນນັ້ນ. ສຸດທ້າຍມາເດີແລນກໍວ່າ: ນີ້ແມ່ນຄຳສັ່ງຂອງເຈົ້າເມືອງເຊິ່ງສັ່ງໃຫ້ປ່ອຍຟັງຕີນ ເຈົ້າຕ້ອງປ່ອຍຕໍ່ມາທ່ານມາເດີແລນ ເອົາຟັງຕີນໄປ ໂຮງໝໍຕໍ່ມາທ່ານຈຶ່ງຮູ້ວ່າຟັງຕີນແມ່ນກຳມະກອນຢູ່ໃນໂຮງງານຂອງທ່ານ ແລະ ສັນຍາວ່າຈະທົດແທນ ຄ່າແຮງງານ, ຄ່າປີນປົວທັງໝົດ. ຕໍ່ມາຟັງຕີນໄດ້ຍ້າຍໄປປີນປົວຢູ່ໂຮງໝໍຂອງທ່ານ.
      ຝ່າຍຊາແວ ມີຄວາມສົງໃສໃນຕົວຂອງມາເດີແລນຫຼາຍທີ່ສຸດ ມັນຄິດວ່າຖ້າແມ່ນຄົນຮັ່ງມີແທ້ໆ ມັນບໍ່ຫອນເຮັດແນວນີ້ິ່ິ່ິ່ິ່ິ່ິ່ິ່.. ທັງໆທີ່ວ່າກ່ອນໜ້ານີ້ກໍມີເຫດການເກີດຂຶ້ນ ເຊິ່ງຊາແວກໍເຫັນ ແລະ ຄ່ອຍຕິດ ຕາມຢູ່ຕະຫຼອດເວລາເຫດການນັ້ນຄື ອຸປະຕິເຫດກວຽນທັບ ໂຟເຊິເລິວັງ ກໍແມ່ນນາຍທຶນນ້ອຍ ຊຶ່ງຊັງ ມາເດີແລນສຸດຂີດ. ເພາະກ່ອນໜ້ານີ້ມາເດີແລນມາຢູ່ເມືອງນີ້, ໝໍເປັນນາຍທຶນນ້ອຍທີ່ພໍຢູ່ພໍກິນ ແຕ່ພໍ ມາເດີແລນ ມາຕັ້ງໂຮງງານກໍເຮັດໃຫ້ກິດຈະການຂອງໂຟເຊີເລີວັງລົ້ມເຫຼວ. ໝໍເປັນຜູ້ໜຶ່ງທີ່ບໍ່ປ່ອນບັດ ເອົາມາເດີແລນ ເວລາເລືອກຕັ້ງເຈົ້າເມືອງ. ດັ່ງນັ້ນ ໂຟເຊີເລີວັງຈຶ່ງຫາກິນໂດຍຂັບກວຽນມ້າ. ມື້ນັ້ນມ້າໂລ່ມຕົມຂາມ້າຫັກກວຽນໄຫຼລົງຕະຄອງ. ໂຟເຊີເລີວັງໂດດອອກຈາກກວຽນເພື່ອໄປຍູ້ກວຽນໄວ້ແຕ່ຍູ້ບໍ່ຢູ່ຈຶ່ງຖືກກວຽນທັບ ຝຸງຄົນມາເບິ່ງແຕ່ບໍ່ມີປັນຍາຊ່ວຍມາເດີແລນ ມາເຫັນກໍເວົ້າວ່າ: ໃຜຊ່ວຍໄດ້ຂ້ອຍຈະໃຫ້ເງິນ 5 ຫຼຽນ ຄຳ 10 - 20 ຫຼຽນ. ແຕ່ບໍ່ມີໃຜຊ່ວຍ ໝໍຊາແວ ທີ່ສັງເກດການຕະຫຼອດກໍເວົ້າວ່າເປັນແນວນີ້ ບໍ່ມີໃຜຊ່ວຍໄດ້ດອກ ເຫັນແຕ່ນັກໂທດເກົ່າທີ່ເມືອງຕູລົງຊັງວານຊັງເທົ່ານັ້ນ ຈຶ່ງສາມາດຍົກໄດ້ພ້ອມທັງສັງເກດເບິ່ງໜ້າ ມາເດີແລນຢ່າງບໍ່ພັບຕາ. ມາເດີແລນ ກໍແປກໃຈໜ້ອຍໜຶ່ງແຕ່ທ່ານກໍຮີບເລື່ອເຂົ້າໄປ ກ້ອງກວຽນໂຟເຊີເລີວັງກໍບອກວ່າ. ທ່ານເຈົ້າເມືອງອອກໄປສາປ່ອຍໃຫ້ຂ້ານ້ອຍຕາຍເອງ. ມາເດີແລນ ຄ້ອຍໆ ຍົກກວຽນນັ້ນຂຶ້ນເຮັດໃຫ້ເຊີເລີວັງລອດພົ້ນຈາກຄວາມຕາຍ. ຈາກນັ້ນ ມາຄວາມຄຽດຊັງຂອງ ໂຟເຊີເລີວັງ ທີ່ເຄີຍມີມາຕໍ່ມາເດີແລນກໍຄ້ອຍໆຫາຍໄປ. ຕໍ່ມາທ່ານມາເດີແລນກໍເອົາໂຟເຊີເລີວັງ ໄປເປັນຄົນຮັກສາສວນໃຫ້ໂບດຂອງແມ່ຊີແຫ່ງໜຶ່ງຢູ່ປາຣີ ແມ່ຊີຢູ່ໃນໂບດນັ້ນບໍ່ຢາກໃຫ້ພວກຜູ້ຊາຍເຫັນ. ດັ່ງນັ້ນ ເມື່ອໂຟເຊີເລີວັງໄປສວນລາວຈຶ່ງເອົາກະດີງແຂວນໃສ່ຂາ ເພື່ອໃຫ້ຮູ້ວ່າຜູ້ຊາຍ. ແລ້ວແມ່ຊີຈະຫຼົບຫຼີກທັນ. ຈາກນັ້ນຕໍ່ມາຊາແວໄດ້ຕິດຕາມມາເດີແລນຕະຫຼອດເວລາ ສຳລັບຟັງຕີນແລ້ວແມ່ນມີອາການໜັກໜ່ວງຫຼາຍ. ເຫັນທ່າຈະບໍ່ລອດກໍສີ້ນໃຈ. ນາງໄດ້ເວົ້ານຳ ມາເດີແລນ ວ່ານາງບໍ່ຕ້ອງການຫຍັງອີກ ຂໍພຽງແຕ່ໄດ້ເຫັນໜ້າລູກສາວ ມາເດີແລນ ກໍຮັບປາກວ່າຈະໄປນຳເອົາໂກແຊັດ ມາໃຫ້ຄະນະນັ້ນກໍມີເຫດການໜຶ່ງອີກ ຕຳຫຼວດໄດ້ຈັບຄົນໆໜຶ່ງຊື່ວ່າຊັງມາດີເອີ ເຊິ່ງເຂົາຄິດວ່າແມ່ນຊັງວານຊັງເຂົາຈະຕັດສີນປະຫານຊີວິດ ຊາແວ ໄດ້ເອົາ ຈ.ມ ໃຫ້ເຈົ້າເມືອງມາເດີແລນ ແລະ ຖາມວ່າຈະໄປຮ່ວມການຕັດສີນຫຼືບໍ່ ມາເດີແລນກໍຄິດຢ່າງໜັກໜ່ວງ. ລາວຄິດຈະກູ້ເອົາຊີວິດຟັງຕີນຫຼືຊັງມາຊີເອີ ຖ້າບໍ່ໄປຊັງມາຊີເອີກໍຕ້ອງຕາຍ. ຖ້າຈະປະກາດວ່າຊັງວານຊັງແທ້ ຕົນເອງກໍຈະຕາຍຖ້າຕົນເອງຕາຍ ຟັງຕີນ, ໂກແຊັດ, ໂຮງງານ ແລະ ຊາວເມືອງຈະເປັນແນວໃດ.? ສຸດທ້າຍກໍຕັດສີນໃຈຈະໄປປະກາດຕົວວ່າຕົນເອງແມ່ນ ຊັງວານຊັງ ຕົວຈິງ. ຊາແວກໍຈະຈັບແຕ່ກ່ອນຈະຍອມໃຫ້ຈັບທ່ານໄດ້ຂໍຕົວໄປຫາ ຟັງຕີນເສຍກ່ອນຊາແວ ກໍຕິດຕາມໄປ. ທຳອິດຊັງວານຊັງບອກກັບຟັງຕີນວ່າ ລາວບໍ່ສາມາດໄປຫາໂກແຊັດໄດ້..... ພ້ອມທັງກົ້ມລົງໃສ່ຫູ ຟັງຕີນຟັງຕີນຍີ້ມໜ້ອຍໜຶ່ງແລ້ວສີ້ນໃຈໄປ ເມື່ອມ່ຽນສົບຟັງຕີນແລ້ວຊັງວານຊັງກໍລັກໜີໄປ. ຕອນກາງຄືນພ້ອມດ້ວຍພົກເງິນຄຳຂອງລາວເອງ.
ກ່າວເຖິງນາງນ້ອຍໂກແຊັດ ນາງໄດ້ຖືກໃຊ້ເຮັດວຽກແຕ່ອາຍຸ 5 ປີ ທຳມະດາເດັກນ້ອຍ ຄົນອື່ນ ເຂົາມີຕຸກກະຕາຫຼີ້ນແຕ່ກົງກັນຂ້າມໂກແຊັດ ໄດ້ຈັບຄັນຟອຍເຊິ່ງສູງກວ່າໂຕເພື່ອປັດກວາດເຮືອນ ກິນ ເຂົ້າກໍບໍ່ໄດ້ກີນພ້ອມໝູ່ໄດ້ກິນຜູ້ດຽວຫຼືກິນຮ່ວມໂຕໝາເຮັດວຽກໃດບໍ່ໄດ້ກໍຖືກປ້ອຍດ່າ. ມື້ໜຶ່ງໃນຕອນ ຄ່ຳຄືນຂອງວັນໂນແອນມີລູກຄ້າມາຫຼາຍ. ນ້ຳກໍຂາດເຂີນ; ເຕນາກດີເອ ຈຶ່ງໄດ້ໃຊ້ນາງນ້ອຍໂກແຊັດ ໄປຕັກນ້ຳສ້າງ ໃນປ່າທ່າມກາງອາກາດໜາວຈັດ. ໃນເວລາໂກແຊັດກົ້ມຕັກນ້ຳສ້າງໄດ້ມີມືໃຫຍ່ມືໜຶ່ງປົງ ໃສ່ບ່າຂອງນາງ ເຂົາຜູ້ນັ້ນຄຶຊັງວານຊັງ ຈາກນັ້ນຊັງວານຊັງຈາກນັ້ນຊັງວານຊັງກໍໄດ້ໄຖ່ເອົານາງໂກແຊັດ. ແລ້ວກໍພານາງເຂົ້າໄປຢູ່ທີ່ປາຣີ ແລະ ໄປພັກເຊົາຢູ່ຄຸ້ມໜຶ່ງແຕ່ກໍຍັງຊາແວຕິດຕາມອີກຊັງວານຊັງຈຶ່ງໄດ້ພາໂກແຊັດໜີໄປຕອນກາງຄືນ. ຕອນໜຶ່ງສອງພໍ່ລູກຖືກຕຳຫຼວດໄລ່ຈາກສີ່ດ້ານ ພໍດີໄປພົບກຳແພງສູງບໍ່ມີທາງໄປຈຶ່ງໄດ້ປີນຝາແລ້ວໂຕນລົງສວນເຊິ່ງ ກໍແມ່ນສວນຂອງແມ່ຊີນັ້ນເອງ. ໂຟເຊເລີວັງກໍມາພໍ້ ແລະ ໄດ້ຊ່ວຍຊັງວານຊັງ. ຊັງວານຊັງໄດ້ໃສ່ຊື່ໃໝ່ ແລະ ຢູ່ທີ່ນັ້ນດົນເຕີບ. ຈົນໂຟເຊີເລີວັງຕາຍເວລານີ້ໂກແຊັດໄດ້ໃຫຍ່ ເປັນສາວແລ້ວ. ທັງສອງກໍພາກັນໜີຈາກໂບດນັ້ນໄປ.
     ກ່າວເຖິງຄຸ້ມໜຶ່ງ ເຊິ່ງເປັນຄຸ້ມຄົນທຸກຈົນຢູ່ມູມໜຶ່ງຂອງປາຣີ. ໃນນັ້ນກໍມີສາມະຄົມ ອາ.ເບ.ເຊ. ທີ່ມີສະມາຊິກເປັນນັກສຶກສາ; ນັກຮຽນຮູ້; ນັກປະຕິວັດ. ມີພໍ່ເຖົ້າຄົນໜຶ່ງເຊິ່ງອາດີດເຄີຍຮ່ວມຂະບວນການປະຕິວັດຂອງຊາໂກແບັງ ພວກນີ້ມັກໄປກິນກາເຟຢູ່ຮ້ານໜຶ່ງໃນເຂດນັ້ນ ແລະ ຖືເປັນບ່ອນຊຸມນຸມກັນຕະຫຼອດ ຢູ່ຄຸ້ມນັ້ນກໍມີຄອບຄົວຊົງແດຮັດ. ເຊິ່ງແມ່ນຄອບຄົວ ເຕນາກດີເອ ເຊິ່ງກິດຈະການບໍ່ເດີນແລ້ວໄປ ເຖິງບ່ອນສຸດສ້ວຍຈຶ່ງເຂົ້າມາຢູ່ໃນເມືອງ, ພວກນີ້ມີລູກສາວຊື່ວ່າເອໂປນິນ ແລະ ລູກຊາຍກາວຼົດ. ພວກນີ້ປ່ອຍປະລູກຖີ້ມຍ້ອນບໍ່ມີເງິນລ້ຽງພໍ່ແມ່ຊັງນາງເອໂປນີນ ເພາະຮູບຮ່າງຄ້ອນຂ້າງຂີ້ລາຍ ທັງສອງເອື້ອຍ ນ້ອງກໍບໍ່ທັນຮູ້ກັນບາງເທຶ່ອສອງເອື້ອຍນ້ອງ ກໍໄດ້ເຄີຍພົບກັນ ແລະ ເຄີຍແບ່ງປັນເຂົ້າຈີ້ເຂົ້າໝົມສູ້ກັນກິນ ເດັກນ້ອຍທີ່ຖືກປະຖີ້ມເລົ້ານີ້ ໄດ້ອາໃສຢູ່ອະນຸສາວະລີທີ່ນາໂປເລອົງສ້າງຂຶ້ນ. ໃນສະມາຄົມນັ້ນຍັງມີ ມາລີອຸດເຊິ່ງໝູ່ຊັກຊວນເຂົ້າມາ (ມາລີອຸດແມ່ນຫຼານຂອງພໍ່ເຖົ່າຊິນ-ນອກມັງ-ລາວຜິດກັບພໍ່ເຖົ່າຈຶ່ງໜີມາຢູ່ກັບໝູ່). ມາລີອຸດບໍ່ເຄີຍຄິດປະປະເທດຊາດ, ບ້ານເມືອງພໍເທົ່າໃດ. ລາວມີຊີວິດຢູ່ແບບທຳເພີນຈິດ ລາວມັກ ໂກແຊັດ ແຕ່ຄາວພົບກັນທີ່ສວນສາທາລະນະແຫ່ງໜຶ່ງ. ສ່ວນອັງຊໍຮັດ ແມ່ນຊາຍໜຸ່ມທີ່ມີຮູບ ຮ່າງສະຫງ່າອົງອາດລາວ ເວົ້າເຖິງແຕ່ເລື່ອງປະເທດຊາດ ບ້ານເມືອງ ບໍ່ຄ້ອຍສົນໃຈນຳຜູ້ແສ່ຜູ້ສາວ. ລາວວ່າແຟນຂອງລາວແມ່ນປະເທດຊາດ. ອີນາຍຂາຍກາເຟຮັກແພງລາວຄືລູກເຕົ້າ ພວກເຂົາທັງຫຼາຍ ມັກໄປກິນກາເຟ ແລະ ລົມເລື່ອງຕໍ່ສູ້ຢູ່ເລື້ອຍໆ. ໃນນັ້ນມີໝໍໜຶ່ງມັກກິນແຕ່ເຫຼົ່າ; ວຽກງານບໍ່ປານໃດແຕ່ ຈິດໃຈມີລັກສະນະເດັດດ່ຽວ.
     ເອໂປນິນກໍມັກມາລີອຸດ. ແຕ່ດ້ວຍຄວາມຮັກ ແລະ ຄວາມເຫັນໃຈມາລີອຸດ ເອໂປນິນຈຶ່ງບອກ ເຮືອນຂອງໂກແຊັດ ໃຫ້ມາລີອຸດຮູ້ມາລີອຸດ ກໍຊອກຫາໂກແຊັດ ແລະ ໄດ້ພົບແທ້. ທັງສອງພົບກັນກໍພຽງໄດ້ແຕ່ ຫຼຽວເບິ່ງໜ້າກັນເພາະວ່ານາງໄປກັບຊັງວານຊັງ ຊັງວານຊັງພັດຢ້ານເພາະຄິດວ່າແມ່ນຕຳຫຼວດລັບຕິດຕາມຕົນເອງ ມາລີອຸດກໍພະຍາຍາມຕິດຕາມຫາຊັງວານຊັງກໍຍ້າຍບ່ອນຢູ່ເລື້ອຍໆເພື່ອຫຼີກລຽງການຕິດຕາມຂະນະນັ້ນ ກໍເກີດສົງຄາມກາງເມືອງຂຶ້ນລະຫ່ວາງກຳມະກອນກັບພວກປະຕິວັດ ແລະ ພວກນາຍທຶນ ໃນຂະບວນນັ້ນແມ່ນອັງຊໍຮັດເປັນຜູ້ນຳພາ. ສ່ວນມາຣີອຸດກໍຍັງຄິດຫາຜູ້ສາວ ແລະ ຢາກຂ້າຕົວຕາຍຢູ່ສະໝາມຣົບຍ້ອນບໍ່ມີເງິນແຕ່ງງານ.
     ອັງຊໍຮັດເປັນຜູ້ບັນຊາການແຕ່ການຕໍ່ສູ້ນັ້ນຖືກທ່າຮັບເພາະກຳລັງບໍ່ຫຼາຍ. ດັ່ງນັ້ນ,ຈຶ່ງຖືກປິດລ້ອມ ສ່ວນກາວຼົດໄດ້ເຮັດໜ້າທີ່ສົ່ງຂ່າວ ແລະ ຊອກເກັບລູກປືນຂອງສັດຕູທີ່ເຮ້ຍແລ້ວນຳມາມອບໃຫ້ຝ່າຍຕົນ ໃນຂະນະຕໍ່ສູ້ສະຫາຍໜຶ່ງເວົ້າວ່າ ຖ້າຈະປະກາດ​​ໄຊຕ້ອງມີທຸງ ແລ້ວລາວກໍເອົາທຸງສາທາລະນະລັດຂຶ້ນໄປປັກທີ່ກອງບັນຊາການ. ແຕ່ຖືກສັດຕູຍິງຕາຍໝູ່ຈຶ່ງເອົາສົບມາໄວ້ກອງບັນຊາການ. ດ້ານໜຶ່ງມາລີອຸດເຫັນກາວຼົດກໍຂຽນຈົດໝາຍມອບໃຫ້ໄປສົ່ງໂກແຊັດ. ອີກດ້ານໜຶ່ງມາລີອຸດຄິດວ່າຢາກຊ່ວຍກາວຼົດໃຫ້ໜີຈາກຂຸມຄອງ. ເພື່ອຫຼີກຈາກການຕໍ່ສູ່. ມາລີອຸດຮູ້ວ່າກາວຼົດແມ່ນລູກຂອງເຕນາກດີເອ. ກາວຼົດກໍໄປສົ່ງ ຈ.. ເພາະຄິດວ່າແມ່ນໜັງສືທາງການ. ເມື່ອໄປບໍ່ພົບໂກແຊັດ ເພາະໂກແຊັດນອນຢູ່ໃນເຮືອນພໍ້ ແຕ່ຊັງວານຊັງ. ຈຶ່ງເອົາຈ..ແລ້ວຂ້ຽວແລ່ນຄືນມາ. ໃນທີ່ສຸດກາວຼົດຈຶ່ງຖືກຍິງຕາຍ. ເຂົາເອົາສົບໄປດອຍ ໄວ້ຄຽງຂ້າງໝູ່ຄູ່ ທີ່ເສຍ ສະຫຼະກ່ອນຊັງວານຊັງໄດ້ຮັບຈ..ຈຶ່ງເຂົ້າໃຈວ່າມາຣີອຸດເປັນຄົນຮັກລູກສາວຕົນ. ຊັງວານຊັງ ຈຶ່ງເຂົ້າສະໝາມຣົບຕໍ່ສູ້ເພື່ອກູ້ເອົາມາຣີອຸດ ໃນການຕໍ່ສູ້ພວກປະຕິວັດຈັບໝໍຊາແວໄດ້ ມັນເວົ້າວ່າ ໃຫ້ສູຂ້າກູໂລດ ເຂົາມັດຊາແວ ແລະ ມອບໃຫ້ຊັງວານຊັງ ຈັດການຊັງວານຊັງຊ້ຳພັດຍິງໃສ່ໝວກເພື່ອສັ່ງສອນ ແລ້ວປ່ອຍໄປຊາແວລຸດພົ້ນແລ້ວກໍຮູ້ຈັກຈຸດຍຸດທະສາດ ແລະ ທີ່ຕັ້ງຂອງພວກປະຕິວັດ. ດັ່ງນັ້ນ ຝ່າຍປະຕິວັດຈຶ່ງເສຍຫາຍຫຼາຍ. ໄລຍະຕໍ່ມາສັດຕູຈະຍິງມາຣີອຸດ ແຕ່ເອໂປນິນເອົາຕົວບັງກ່ອນແລ້ວຊຸກມາຣີອຸດອອກ ສັດຕູຈຶ່ງຍິງເອໂປນິນຕາຍ ກ່ອນສີ້ນໃຈຕາຍເອໂປນິນຂໍໃຫ້ມາຣີອຸດຈູບໜ້າຜາກແລ້ວຄ້ອຍໆລັບຕາໄປ ພ້ອມກັບຄຳເວົ້າວ່າ: ລາກ່ອນ. ພົບກັນທີ່ສະຫວັນ. ຈາກນັ້ນມາຣີອຸດຈຶ່ງແລ່ນໄປເພາະຢ້ານຕາຍ ທັງໆທີ່ທຳອິດຄິດຢາກຕາຍ. ແລ້ວລາວກໍຖືກປືນ...ຊັງວານຊັງ ພົບເຫັນຈຶ່ງໝອບໄປຕາມທາງນ້ຳໄຫຼ (ຄອງລະບາຍນ້ຳໄຕ້ດີນ) ອັງຊໍຣັດຈົນຕາແຈເພາະການຕໍ່ສູ້ຖືກປິດລ້ອມໝົດຈຶ່ງຕັດສີນໃຈ ແລ່ນຂຶ້ນເພື່ອໃຫ້ສັດຕູຍິງ. ໝໍຂີ້ເຫຼົ່າກໍແລ່ນຂຶ້ນທັງຮ້ອງວ່າ: ສາທາລະນະລັດໝັ້ນຍືນ. ສັດຕູໄດ້ຍີນສຽງນັ້ນກໍຍິງປືນໃສ່. ມາຮອດນີ້ພວກປະຕິວັດກໍຖືກປະລາໄຊ. ສ່ວນຊັງວານຊັງ ໄດ້ໝອບເອົາມາຣີອຸດ ໄປຕາມຄອງນ້ຳໄຕ້ດິນ ແລະ ກໍຈະໄປຫາປະຕູອອກກໍພໍດີພົບກັບເຕນາກດີເອຢືນຢູ່ມັນຖືກກະແຈ ແລະ ເວົ້າວ່າ: ໂທຄົນຕາຍຫວະ ຖ້າເສຍຂອງມີຄ່າກໍຈະໄຂກະແຈໃຫ້. ຈາກນັ້ນຊັງວານຊັງກໍເອົາມາຣີອຸດອອກມາໄດ້ ແລະ ມາພົບກັບຊາແວຈະຈັບແຕ່ມັນກໍບໍ່ຈັບ ແລະ ພ້ອມກັນໄປສົ່ງມາຣີອຸດຢູ່ເຮືອນແລ້ວມັນກໍໜີໄປໂດດນ້ຳຕາຍ ຍ້ອນຄວາມອັບອາຍຂາຍໜ້າ. ງານກັບນາງໂກແຊັດເມື່ອແຕ່ງງານໃຫ້ ໂກແຊັດ ແລ້ວຊັງວານຊັງກໍມອບສັບສົມບັດທັງໝົດໃຫ້ແກ່ໂກແຊັດ ແລະ ຜົວແລ້ວກໍໜີໄປຈາກນັ້ນ ເຕນາກດີເອກໍມາຖາມຊັງວານຊັງ-ມາຣີອຸດວ່າເຕນາກເອເຄີຍຊ່ວຍເຫຼືອພໍ່ຂອງຕົນ. ເຕນາກເອໄດ້ລົມເລື່ອງທັງໝົດໃຫ້ມາຣີອຸດ ຟັງວ່າ: ຜູ້ທີ່ຊ່ວຍເຫຼືອມາຣີອຸດແທ້ຈິງ ນັ້ນແມ່ນຊັງວານຊັງບໍ່ແມ່ນຂ້ອຍເມື່ອຮູ້ເລື່ອງຈິງແນວນັ້ນພ້ອມທັງໄດ້ຍີນວ່າ: ຊັງວານຊັງປ້ອຍມາຣີອຸດຈຶ່ງພາເມຍໄປເບິ່ງພໍໄປຮອດກໍຈະເຫັນໃກ້ຈະສີ້ນໃຈຕາຍ. ໂກແຊັດກໍຄູ້ເຂົ່າຮ້ອງໃຫ້ຕໍ່ໜ້າພໍ່ດ້ວຍຄວາມເຫຼືອໃຈໃຫ້ຕົນເອງ.
     ກ່ອນຊັງວານຊັງຈະສິ້ນໃຈຕາຍລາວໄດ້ເວົ້າເຖິງເລື່ອງຜ່ານມາສູ້ໂກແຊັດຟັງ. ອວຍພອນໃຫ້ເຈົ້າມີ ຄວາມສຸກກັບມາຣີອຸດເບິ່ງແມະກະໂປງນ້ອຍນັ້ນເມື່ອສິບປີກ່ອນຄາວໜີຈາກ ມົງເຕີຍຊວຽກແມ ແລະ ລາວໄດ້ພັນລະນາວ່າເຕນາກດີເອໂຫດຮ້າຍຫຼາຍ ຈົນໃຫ້ອະໄພບໍ່ໄດ້.ແລ້ວກໍບອກຊື່ແມ່ໃຫ້ໂກແຊັດຮູ້ວ່າ ລາວມີຄວາມທຸກທໍລະມານຫຼາຍ ແລະ ຮັກລູກຫຼາຍທີ່ສຸດ ແລະ ໄດ້ເສຍສະຫຼະທຸກຢ່າງເພື່ອໃຫ້ຄວາມ ສຸກແກ້ລູກ. ໃຫ້ຄິດເຖິງພໍ່ໜ້ອຍໜຶ່ງແດ່ແລ້ວບອກລູກເອົາຫົວແມະໃສ່ລາວ ແລ້ວລາວກໍເອົາມືວາງລົງໃສ່ ຫົວເຂົາຈາກນັ້ນລາວກໍສິ້ນໃຈຕາຍ.

วันพฤหัสบดีที่ 7 มิถุนายน พ.ศ. 2555

picture at nabo

ພາບນີ້ຖ່າຍຕອນຝົນຕົກ ອາດຈະເປັນພາບບໍ່ມີສະເໜ່ເທົ່າໃດ ແຕ່ສຳລັບຜູ້ທີ່ຖ່າຍມີຄວາມພາກພູມໃຈຫຼາຍທີ່ສຸດ










ກຸດຕິ 3 ຊັ້ນຫຼັງນີ້ແມ່ນສ້າງຂຶ້ນເພື່ອຮັບພຣະສົງ




ຮູບນີ້ແມ່ນຫໍແຈກນ້ອຍທີ່ໄດ້ຮັບການບຸລະນະສ້ອມແປງຄືນໃໝ່ຫຼັງຈາກມີການເປ້ເພ

ຮູບນີ້ແມ່ນກຸດຕິຫຼັງເກົ່າທີ່ໄດ້ຮັບການບຸລະນະສ້ອມແປງຄືນໃໝ່ພາຍຫຼັງທີ່ມີສະພາບການເຊື່ອມໂຊມຫຼາຍ 

ຮູບນີ້ແມ່ນຫໍແຈກນ້ອຍທີ່ໄດ້ຮັບການບຸລະນະສ້ອມແປງຄືນໃໝ່ຫຼັງຈາກມີການເປ້ເພ

ຮູບນີ້ແມ່ນຫໍແຈກນ້ອຍທີ່ໄດ້ຮັບການບຸລະນະສ້ອມແປງຄືນໃໝ່ຫຼັງຈາກມີການເປ້ເພ

ຮູບນີ້ແມ່ນຖ່າຍຢູ່ຂ້າງພັດທະສີມາ

ຮູບນີ້ແມ່ນນ້ຳພຸ


ຮູບນີ້ແມ່ນຖ່າຍຕອນຝັນຕົກເກັບເປັນທີ່ລະລຶກ

ຮູບນີ້ແມ່ນຖ່າຍຢູ່ວັດຫ້ວຍນາງລີ້

ຮູບນີ້ແມ່ນຮູບຂອງສາມະເນນ ຂາວພອນ ແກ້ວສັງວານກຳລັງ ເອກະດອກໄມ້ໃນງານບຸນກອງຫົດ