วันอังคารที่ 30 มิถุนายน พ.ศ. 2563

ມະຫາ​ກາບ ​ອີລີ​ອາດ



ມະຫາ​ກາບ ອີ​ລີ​ອາດ-ໂອ​ດິດ​ເຊ​ ໂດຍ​ສັງ​ເຂບ
ມະຫາ​ກາບ ອີລີ​ອາດ
ໄລຍະ​ສົງຄາມ​ທີ່​ດຳ​ເນີນ​ໄປ 10 ກວ່າ​ປີ ເຫັນ​ວ່າ​ເມືອງ​ຕຣົວ​ເສຍ​ຫາຍ​ໜັກ ທັງ​ເສຍ​ສົມບັດ ​ແລະ ກຳລັງ​ໄພ່​ພົນເພາະ​ເປັນ​ຝ່າຍທີ່​ຖືກ​ຮຸກ​ຮານ​ ກຣີ​ເຊ​ອິດ ​ແມ່ນນາງສາວ​ງາມ​ຜູ້​ໜຶ່ງ ​ເຊິ່ງ​ເປັນ​ລູກ​ສາວ​ຂອງ​ພໍ່​ເຖົ້າ ກຣີ​ແຊັດ ພໍ່​ເຖົ້າ​ນີ້​ເປັນ​ບວງສວງ​ເທບ​ພະ​ເຈົ້າ​ປະຈຳ​ເມືອງ​ຕຣົວ ລູກ​ສາວ​ລາວ​ຖືກ​ຈັບ​ເປັນ​ສະ​ເລີຍ​ເສິກ ຕາມ​ປະ​ເພນີ​ຂອງ​ສາວ​ງາມ​ຕ້ອງ​ໄດ້​ເອົາ​ຖວາຍ​ແມ່ທັບ​ໃຫຍ່. ດັ່ງ​ນັ້ນ, ນາງ ​ກຣີ​ເຊ​ວິດ ຈຶ່ງຖືກນຳ​ໄປ​ຖວາຍ​ໃຫ້ ​ອາກາ​ແມ່​ນົງ ແມ່ທັບໃຫຍ່ແຫ່ງເກຣັກ ພໍ່​ຂອງ​ນາງ ກຣີ​ເຊ​ອິດ ​ເກີດ​ມີ ຄວາມ​ອີ​ດູ​ສົງສານ​ລູກ​ສາວ ຈຶ່ງ​ໄດ້​ຊອກ​ຫາ​ເງິນ​ຄຳ​ໄປ​ໄຖ່​ຖອນ​ເອົາ ​ນາງ​ກຣີຊິວິດ ​ແຕ່​ກໍຖືກປະຕິ​ເສດ ພໍ່​ເຖົ້າ​ຄົນ​ນັ້ນ​ເລີຍ​ໝົດ​ປັນຍາ​ຈຶ່ງ​ໄປ​ບວງສວງ​ເທບພະ​ເຈົ້າ​ອາພອນ​ລົງ (​ເທບພະ​ເຈົ້າ ​ແຫ່ງ​ດວງ​ຕາ​ເວັນ) ໃຫ້​ເທບພະ​ເຈົ້າ​ໄດ້​ລົງ​ໂທດ​ທະຫານ​ທີ່​ຂາດ​ມະນຸດ​ສະ​ທຳ ​ເທບພະ​ເຈົ້າ​ຈຶ່ງບັນດານ​ໃຫ້​ເກີດ​ໂລກລະບາດ​ ຈາກ​ນັ້ນ​ກອງທັບ​ສຳພັນ​ເກຣັກຈຶ່ງ​ຊຸດ​ໂຊມ​ລົງ​ຜິດ​ປົກກະຕິ. ແມ່ທັບ​ອາຊີ​ນ ຈຶ່ງ​ຮຽກ​ປະຊຸມ​ບັນດາ​ນາຍ​ທະຫານ​ຜູ້​ສຳຄັນ ແລະ ​ໃຫ້​ໝໍ​ຫົນທຳນາຍ​ເຫດການ ໝໍ​ຫົນ​ທວາຍ​ວ່າ ​ເປັນ​ຍ້ອນ​ອາກາ​ແມນ​ນົງ ບໍ່​ຍອມ​ສົ່ງ​ລູກ​ສາວ​ຂອງ​ພໍ່​ເຖົ້າ​ກຣີ​ແຊັດ ອາກາ​ແມນ​ນົງ ກໍວາງ​ເງື່ອນ​ໄຂ​ວ່າ ຖ້າ​ຈະ​ສົ່ງ​ລູກ​ສາວ​ແທ້ກໍ່​ເອົາ​ ນາງຣີ​ເຊ​ອິດ ​ເຊິ່ງ​ແມ່ນນາງສາວສະ​ເລີຍ​ ທີ່​ມອບ​ໃຫ້​ອາ​ຊິນ​ນັ້ນ ມາ​ມອບ​ໃຫ້​ອາກາ​ແມນ​ນົງ ​ແຕ່​ເທບພະ​ທິດາ ອາກາ​ເຕນາ ຫ້າມ​ໄວ້​ໃນ​ທີ່​ສຸດ ອາ​ຊິນ​ກໍລົງ​ໂທດ​ຍອມ​ສະຫລະ​ ນາງ​ບຣີ​ເຊ​ອິດ​ ໃຫ້​ແກ່ ອາກາ​ແມນ​ນົງ ພ້ອມ​ນັ້ນ ກໍ​ໄດ້​ຈັດ​ແມ່ທັບ​ໃຫ້​ອຸຍລິດ ນຳພາ​ນາງກຣີ​ເຊ​ອິດ​ໄປ​ສົ່ງ​ພໍ່​ຂອງ​ລາວ.
ສ່ວນ​ອາ​ຊິນ​ເສຍ​ໃຈ​ຫຼາຍ ຈິ່ງ​ສັ່ງ​ຖອນ​ແມ່ທັບຂອງ​ຕົນ​ອອກ​ຈາກ​ເມືອງ​ຕຣົວ ພາ​ໃຫ້​ຂະບວນກອງ​ທະຫານ​ຂອງ​​ເກຣັກ ອ່ອນ​ເພຍ​ລົງ​ຕື່ມ ກອງທັບ​ເມືອງ​ຕຣົວ​ໄດ້​ໂອກາດ​ຈິງ​ຂັບ​ໄລ່ກອງທັບຂອງ​ເກຣັກ​ໃຫ້​ຫ່າງ​ອອກ​ຈາກ​ເມືອງ.
​ເມື່ອ​ອາກາ​ແມນ​ນົງ​ເຫັນ​ແນວ​ນັ້ນ ຈິ່ງ​​ໃຫ້​ເມ​ເນ​ລາດ​ຜູ້​ເປັນ​ນ້ອງ​ຊາຍ ​ໄປ​ຂໍ​ຮ້ອງ​ນຳ​ ອາ​ຊິນ ເພື່ອໃຫ້​ອອກ​ສູ່ສະໜາມຮົບ ​ແຕ່​ກໍຖືກ​ອາ​ຊິນ​ປະຕິ​ເສດ ອາກາ​ແມນ​ນົງ​ສົ່ງ​ອຸຍ​ລິດ​ໄປ​ອີກ ອາຊິນ ກໍ​ປະຕິ​ເສດ​ໃນ​ທີ່​ສຸດ ອາ​ຊິນ​ກໍໄດ້​ຮັບປາກ​ຈະ​ນຳພາ​ກອງ​ທະຫານ​ຂອງ​ຕົນ​ອອກ​ສູ່​ສະໜາມຮົບ ​ແຕ່​ອາ​ຊິນ​ບໍ່​ໄດ້​ອອກ​ສະໜາມ​ດ້ວຍ​ຕົນ​ເອງ ​ແຕ່​ມອບ​ໃຫ້​ເພື່ອນສະໜິດ ຊື່ວ່າ : ປາ​ໂຕກ ນຳພາ​ທະຫານ​ອອກ​ສູ່​ສະໜາມຮົບ​ກ່ອນຈະ​ຈາກ​ກັນ ອາ​ຊິນໄດ້​ເຕືອນປາ​ໂຕກ​ ວ່າ: ຢ່າ​ເຫັນ ແກ່​ໄຊຊະນະ​ຢ່າງ​ດຽວ ຖ້າ​ບຸກ​ເຂົ້າ​ໄປ​ພໍ​ຄວນ​ແລ້ວ​ຈັ້ງ​ທ່າ​ໄວ້​ກ່ອນ​ ບໍ່​ດັ່ງ​ນັ້ນ​ຈະ​ໄດ້​ຮັບ​ອັນຕະລາຍ.
(ຮູບທີ 7 ກອງທັບ​ເກຣັກກຽມ​ຈະ​ບຸກ​ໂຈມ​ຕີ​ເມືອງ​ຕຣົວ)
ປາ​ໂຕກອອກສະໜາມຮົບ ແລະ ເສຍຊີວິດ ຂ່າວ​ການ​ຕາຍ​ຂອງ​ປາ​ໂຕກ ຮອດ​ຫູ​ອາ​ຊິນ​ຄວາມ​ຄຽດ​ແຄ້ນ​ຂອງ​ອາ​ຊິນ​ຈິ່ງ​ຕັດສິນ​ໃຈ ອອກ​ສູ່​ສະໜາມຮົບ​ໂດຍ​ຂໍ​ດາບ​ນຳ​ເທບພະ​ເຈົ້າ ​ອາ​ເຕນາ ແລະ ເທບອາ​ເຕນາ ​ໄດ້ບອກ​ອາ​ຊິນ​ວ່າ: ອອກ​ສູ່​ສະໜາມ​ຮົບ​ເທື່ອ​ນີ້ ຈະ​ຕ້ອງ​ເ​ຖິງ​ແກ່​ຄວາມ​ຕາຍ ​ແຕ່​ອາ​ຊິນ​ໄດ້​ຕັດສິນ​ໃຈ​ເພື່ອ​ຊາດ ແລະ ສ່ຽວ​ຮັກ
ອາ​ຊິນ​ໄດ້​ສູ້​ກັບ​​​ແອັກຕໍ ເຫັນ​ວ່າ​​​ແອັກຕໍ​ຕົກ​ຢູ່​ໃນ​ທ່າ​ຮັບ​ຫຼາຍ​ກວ່າ  ບັນດາ​ເທບພະ​ເຈົ້າ ​ແລະ ຝູງ​ຊົນ​ກໍອອກ​ມາ​ເບິ່ງ​ການ​ຕໍ່​ສູ້​ຂອງ​ສອງ​ແມ່ທັບ​ດັ່ງກ່າວ ຜ່ານ​ການ​ຕໍ່​ສູ້​ເປັນ​ເວລາ​​ເຫິງນານ​ກໍບໍ່​ມີ​ໃຜ​ເອົາ​ຊະນະ​ໄດ້ ເທບພະ​ເຈົ້າທັງຫຼາຍ​ຈິ່ງ​ຕົກລົງ​ເຫັນ​ວ່າ ​ເອົາ​ຊິງ​ມາ​ຊັ່ງ​ເບິ່ງ​ຂວັນ ຫຼື ວິຍານ​ທັງ​ສອງ ຖ້າ​ໃຜ​ໜັກ​ກວ່າ​ແມ່ນ​ຜູ້​ນັ້ນ​ຈະ​ໄດ້ຊະນະ​ຢ່າງ​ສົມບູນ ທັງ​ສອງ​ຕ້ອງ​ສູ້​ກັນ​ອີກ ​​​ແອັກຕໍ ຮູ້ສຶກ​ຕົນ​ເອງ​ຈະ​ຕ້ອງຕາ​ຍ ຈິ່ງ​ໄດ້​ເຂົ້າ​ໄປ​ຫາ​ເມຍ​ຢູ່​ໃນ​ວັງ ​ເມຍ​ຂອງ​​​ແອັກຕໍ ຊື່ວ່າ: ອິງ​ໂດຣມັກ ລູກນ້ອຍັງ​ຢູ່​ໃນ​ອ້ອມ​ເອິກ​ຂອງ​ແມ່ ​ເມຍ​ຂອງ​​​ແອັກຕໍ​ຮ້ອງ​ໄຫ ​ເພາະ​ຄິດ​​ເຖິງ​ຜົວ​ທີ່​ຈະຕ້ອງ​ຈາກ​ໄປ, ສ່ວນ​​​ແອັກຕໍ​ເຮັດ​ໃຈ​ແຂງ​ເໝືອນ​ນັກຮົບ​ ​ແລ້ວ​ສັ່ງ​ລາ​ເມຍ​ແລະ ລູກ ພ້ອມ​ນັ້ນ​ກໍໃສ່ຊື່​​ໃຫ້​ລູກ​ຊາຍ​ນ້ອຍ: ອັດສະ​ເຈຍນັກ ​ແລ້ວ​​​​ແອັກຕໍ ກໍອອກ​ສູ່​ສະໜາມຮົບ​ ກ່ອນ​ຈະ​ສູ້​ກັບອາ​ຊິນ ​​​ແອັກຕໍ​ໄດ້​ບອກ​ວ່າ: ຖ້າ​ເຮົາ​ຕາຍ​ໄປ​ແລ້ວ​ໃຫ້​ສົ່ງ​ຊາກ​ສົບ​ຂອງ​ເຮົາ​ຄືນ​ໃຫ້​ຄອບຄົວ ​ແຕ່​ອາ​ຊິນ​ຍັງ​ບໍ່​ຫາຍ​ຄວາມ​ແຄ້ນ ຈິ່ງ​ໄດ້​ເອົາ​ເຊືອກ​ມັດ​ຊາກ​ສົບ​ຂອງ​​​ແອັກຕໍ ແລ້ວ​ເອົາ​ມ້າ​ແກ່ເລາະ​ລຽບ​ບໍລິ​ເວນ​ສະໜາມ​ດັ່ງກ່າວ ​ເຈົ້າ​ຊິວິດ​ ປີ​ອາມ ​ເຫັນ​ແນວ​ນັ້ນ​ກໍ​ອີ​ດູ​ສົງສານ ແລະ ​ເຫັນວ່າ​ມັນບໍ່​ເປັນ​ການ​ຍຸດຕິ​ທຳ​ ຈິ່ງ​ເຂົ້າ​ໄປ​ຂໍ​ເອົາ​ຊາກ​ສົບ​​​ແອັກຕໍ ນຳ​ອາ​ຊິນ ແຕ່​ອາ​ຊິນ​ບໍ່​ຍອມ​ໃຫ້ ແບບດ້ວຍ​ງ່າຍ ດົນ​ເຕີບ​ອາ​ຊິນ​ຈິ່ງ​ຕົກລົງ​ມອບ​ໃຫ້ ຈາກ​ນັ້ນ​ຊາກ​ສົບ​ຂອງ​​​ແອັກຕໍຈຶ່ງຖືກ​ສົ່ງສະການ​ຢ່າງ​ສົມ​ກຽດ.
ສົງຄາມ​ຍັງ​ບໍ່​ທັນ​ສິ້ນສຸດ ​ແລະ ​ທະຫານ​ສຳພັນ​ເກຣັກກໍ​ບໍ່​ສາມາດ​ບຸກຢຶດ​ເມືອງ​ຕົວ​ໄດ້ ​ແມ່ທັບ​ຂອງ​ເກຣັກຈຶ່ງ​ໄດ້​ປຶກສາ​ຫາລື​ກັນ ​ແລະ ວາງ​ແຜນ​ຖອນ​ທະຫານ​ກັບ​ເກຣັກ ​ໂດຍ​ການ​ສ້າງ​ມ້າ​ໄມ້​ຂຶ້ນ​ແລ້ວ​ເອົາ​ທະຫານ​ເຂົ້າ​ເຊື່ອງ​ຊ້ອນ​ໄວ້ ​ເມື່ອທະຫານ​ເມືອງ ຣົວ​ເຫັນ​ທະຫານ​ສໍາພັນ​ເກ​ຣັກຖອນ​ທັບ ກໍນຳ​ມ້າ​ໄມ້​ເຂົ້າສູ່​ເມືອງ ຕົກ​ຕອນ​ຄໍ່າ​ທະຫານ​ທີ່ຢູ່​ໃນ​ທ້ອງ​ມ້າ​ກໍ​ອອກ​ມາ​ໄຂ​ປະຕູ​ເມືອງ ​ແລ້ວ​ທະຫານ​ເກຣັກກໍ​ຫຼັງ​ໄຫຼ​ເຈົ້າ​ສູ່​ເມືອງ.
(ຮູບ​ທີ 8 ມ້າ​ໄມ້ ທີ່​ຊາວ​ເກຣັກນຳ​ເຂົ້າ​ສູ່​ເມືອງ​ຕຣົວ)
ທະຫານ​ທັງ​ສອງ​ຝ່າຍ​ໄດ້​ຕໍ​ສູ້​ກັນ​ຢ່າງ​ດຸ​ເດືອດ​ລະຫວ່າງ​ສອງ​ຝ່າຍ ທ້າວ ປາຣີ ຜູ້​ເປັນ​ນ້ອງ​ຊາຍ​ຂອງ ​​​ແອັກຕໍ ກໍ​ໄດ້​ອອກ​ສູ່​ສະໜາມຮົບ ​ແລະ ​ໄດ້​ຕໍ່​ສູ້​ກັບ​ອາຊີ​ນ ເຮັດ​ໃຫ້​ອາ​ຊິນ​ຖືກ​ບາດ​ເຈັບ​ທີ່​ສົ້ນ​ນ່ອງ ​ແລ້ວ​ກໍສິ້ນ​ລົມ​ຫາຍ​ໃຈ ຕໍ່​ມາທ້າວ ປາຣີ ກໍຕາຍ​ໄປ​ເຊັ່ນດຽວ​ກັນ.
​ເລື່ອງ​ອີ​ລີ​ອາດ​ໄດ້​ສິ້ນສຸດດ້ວຍ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ​ແລະ ​ເຕັມ​ໄປ​ດ້ວຍ​ຊາກ​ສົບ ທະຫານ​ທັງ​ສອງ​ຝ່າຍ.
ຂ. ມະຫາ​ກາບໂອ​ດິດ​​ເຊ :
​ໂອ​ດິດ​ເຊ ​ເປັນ​ກາ​ວີ​ນິພົນ​ເລື່ອງ​ທີ່​ສອງ​ຕໍ່​ຈກາ​ເລື່ອງ​ອີ​ລີ​ອາດ ​ເລື່ອງ​ໂອ​ດີ​ເຊ​ເວົ້າ​ເຖິງການ​ກັບ​ຄືນ​ສູ່​ບ້ານ​ເກີດ​ຂອງ​ທະຫານ​ເກຣັກ ພາຍ​ຫຼັງຊະນະສົງຄາມ​ເມືອງ​ຕຣົວ
ນັບແຕ່ອາລຸຍລິດ​ໄດ້ຈາກຄອບຄົວໄປ 20 ກວ່າປີ ທາງຄອບຄົວກໍບໍ່ໄດ້ຂ່າວຄາວຫຍັງ ເລີຍເມື່ອລຸຍລິດ ຈາກໄປລູກຊາຍຂອງລາວຍັງກິນນົມຢູ່ ດຽວນີ້ລູກຊາຍໄດ້ 20 ກວ່າປີແລ້ວ ເມຍຂອງລາວຊື່ ເມເນລົບ ລູກຊາຍຊື່ວ່າ: ເຕເລມາກ ເວລານີ້ພວກສັກດີນາທ້ອງຖິ່ນ ຈຳ ນວນ 108 ໄດ້ບັງຄັບໃຫ້ ນາງ ເມເນລົບ ແຕ່ງງານກັບພວກເຂົາ ແຕ່ນາງຍັງມີຄວາມຊື່ສັດ ຕໍ່ຜົວ ນາງຫວັງວ່າຜົວຈະຕ້ອງກັບມາ ດັ່ງນັ້ນນາງຈະປະຕິເສດ.
ຕໍ່ມາເມື່ອທົນກັບຄວາມຊູຊີຂອງພວກຂຸນາງ 108 ບໍ່ໄດ້ນາງຈຶ່ງຮັບປາກວ່າ: ນາງ ຈະຕ່ຳຫູກເພື່ອເອົາຜ້າໄປຫໍ່ສົບຂອງປູ່ ຕ້ອງລໍຖ້າຈົນກວ່ານາງຕ່ຳແລ້ວຈິ່ງແຕ່ງງານ ແຕ່ນາງ ຕ່ຳຫູກບໍ່ມີມື້ແລ້ວຈັກເທື່ອ ພວກ 108 ກໍໄດ້ຜັດປ່ຽນກັນມາຍາມທຸກໆມື້, ຕົວຈິງທີ່ນາງ ຕ່ຳຫູກບໍ່ແລ້ວ ເພາະວ່າມື້ຍາມກາງເວັນນາງຕ່ຳມື້ ແຕ່ກາຄືນນາງມ້າງ ເຮັດແນວນັ້ນເລື້ອຍ ໆ ເມື່ອສັກດີນາ 108 ຮູ້ກໍຫາວິທີບັງຄັບໃຫ້ ນາງແຕ່ງງານ, ນາງໄດ້ສົ່ງລູກຊາຍໄປສືບຫາພໍ່ ເຕເລມາກໄປມຸ່ງໜ້າໄປຖາມ ເພື່ອນຂອງພໍ່ ແຕ່ກໍບໍ່ຮູ້ຂ່າວຄາວຫຍັງ ເຕເລມາກ ກໍໄດ້ ໄປຫາ ເມກາລາດ, ເມກາລາດ ກໍບອກວ່າ ລຸຍລິດສຳເລັດວຽກງານແລ້ວ ກຳລັງເດີນທາງ ກັບມາທາງທະເລ ໄດ້ຂ່າວວ່າຢູ່ກັບນາງ ເທວະດາ ກາລິບໂຊ ຈາກນັ້ນກໍບໍ່ໄດ້ຂ່າວວ່າ ເປັນແນວໃດເລີຍ.
(ຮູບທີ 9 ການ​ກັບ​ຄືນ​ເກຣັກຂອງ​ແມ່ທັບ ອຸຍ​ລິດ)
ກ່າວເຖິງກອງປະຊຸມຂອງເທບພະເຈົ້າເທິງຈອມພູ ໂອແລມເປີ, ບັນດາເທບພະເຈົ້າ ລົງມາຕິໃຫ້ນາງເທວະດາກາລິບໂຊ ປ່ອຍຕົວອຸຍລິດ ( ນາງໄດ້ເອົາຕົວ ລຸຍລິດ ສາມາດ ຢູ່ເກາະນຳໄດ້ 7 ປີ ) ເພາະວ່າ ນາງ ຮັກອຸຍລິດ ແຕ່ເຖິງເວລານັ້ນ ນາງຈຳເປັນຕ້ອງໄດ້ ປ່ອຍຕົວອຸຍລິດຕາມຄຳສັ່ງ ຂອງເທບພະເຈົ້າ.
ອີກຢ່າງໜຶ່ງ ອຸຍລິດກໍບໍ່ເຄີຍສະແດງທ່າທີວ່າຮັກກັບ ນາງ ກາລິບໂຊ ຕະຫຼອດ 7 ປີ ວ່າ: ລາວມັກນັ່ງຢູ່ແຄມນ້ຳ ຍາມແລງລາວແນມໄປສູ່ຂອບຟ້າອັນແສນໄກ ໃນຈິດໃຈ ກໍໄດ້ຄິດເຖິງຄອບຄົວ ແລະ ບ້ານເກີດເມືອງນອນຂອງຕົນ.
ນາງ ກາລິບໂຊ ໄດ້ແຕ່ງແພໃຫ້ ລຸຍລິດ ເພື່ອອອກໄປຈາກຝັ່ງໄປພໍສົມຄວນ ເທບພະເຈົ້າໂປ  ເຊດົງ ເຊິ່ງເປັນເທບພະເຈົ້າແຫ່ງມະຫາສະໝຸດ ທັງເປັນຜູ້ສະໜັບສະໜູນ ຝ່າຍເມືອງ ຕົວຫຼຽວເຫັນອຸຍລິດ ກໍມີຄວາມຄຽດແຄ້ນ ຈຶ່ງເອົາຄ້ອນຄົນນ້ຳທະເລ ເຮັດໃຫ້ ເກີດເປັນຟອງ ໃຫຍ່ເຮັດໃຫ້ແພຂອງອຸຍລິດຫຼົ້ມ ອຸຍລິດເກືອບຈົມນ້ຳຕາຍ ຈຶ່ງມີ ນາງ ເທວະດານິໂນວິໂນ ບອກໃຫ້ອຸຍລິດ ແກ້ເຄື່ອງອອກແລ້ວເອົາແພມັດຄໍຂອງຕົນແກວ່ງເປັນ ແພນ້ອຍໃຫ້ ລຸຍລິດ.
ລຸຍລິດໄປເຖິງແຄມຝັ່ງແຫ່ງໜຶ່ງ ຮູ້ສຶກເມື່ອຍຫຼາຍ ແລະ ຕົວກໍປຽກເລີຍໄປນອນຢູ່ ກ້ອງໄມ້ແຫ້ງແຄມຝັ່ງແຫ່ງນັ້ນ. ໃນຄືນດຽວກັນນັ້ນ ເທບພະເຈົ້າອາແຕນນາໄດ້ບັນດານໃຫ້ ເຂົ້າຄວາມຝັນຂອງ ນາງ ໂນຊິກາ ລູກສາວຂອງເຈົ້າຊິວິດອານເກໂອນົດ ຢູ່ເກາະແຫ່ງນັ້ນ ນາງຝັນວ່ານາງຈະໄດ້ຜົວ ແຕ່ກ່ອນຈະໄດ້ຜົວຕ້ອງໄປຊັກເຄື່ອງນຸ່ງຂອງ ນາງໃນມື້ອື່ນ ຢູ່ແຄມທະເລ.
ເມື່ອຕື່ນຂຶ້ນມານາງໄປແກ້ຄວາມຝັນຕໍ່ພໍ່ແມ່, ແມ່ກໍຕົກລົງໃຫ້ໄປພ້ອມກັບນາງສະ ໜົມ ຊັກເຄື່ອງແລ້ວກໍພາກັນຫຼິ້ນໝາກບານ ດ້ວຍຄວາມມ່ວນຊື່ນຕອນໜຶ່ງໝາກບານໄດ້ຕົກ ຖືກອຸຍລິດ ເຊິ່ງນອນຢູ່ເທິງກ້ອງໃບໄມ້ນັ້ນ ນາງໄດ້ຊອກເຄື່ອງນຸ່ງມາໃຫ້ອຸຍລິດ ແລ້ວພາໄປຫາພໍ່ແມ່ ພໍ່ແມ່ນາງ ໄດ້ຕອບຮັບເປັນຢ່າງດີ ນາງ ໂນຊິກາ ລູກສາວເຈົ້າຊິວິດເລີ້ມ ມີຄວາມ ສົນໃຈຕໍ່ອຸຍລິດ ເຈົ້າຊິວິດໄດ້ຈັດງານລ້ຽງອຸຍລິດ ແລະ ບອກໃຫ້ອຸຍລິດເລົ່າເລື່ອງຜ່ານມາ ສູ່ຟັງຢ່າງລະອຽດ ອຸຍລິດໄດ້ເລົ່າເລື່ອງຄວາມເປັນມາໃນ 20 ກວ່າປີ ຄື: ລາວເປັນທະ ຫານເກຣັກ ຖືກສົ່ງໄປປິດລ້ອມ ເມືອງຕຣົວ ຕໍ່ສູ້ແບບຍາວນານ 10 ກວ່າໝູ່ ກໍບໍ່ສາມາດ ເຂົ້າເມືອງໄດ້ ຈຶ່ງອອກຄຳເຫັນວ່າ: ຕ້ອງເຮັດມ້າໂຕໜຶ່ງໃຫຍ່ໆ ແລະ ງາມຢູ່ໃນທ້ອງມ້ານັ້ນ ເອົາທະຫານໃສ່ໄວ້ແລ້ວຊຸກມາເຂົ້າໄປໄວ້ໃນ ປະຕູເມືອງ ຈາກນັ້ນກໍທຳທ່າຖອຍທັບອອກຫ່າງຈາກເມືອງ ຝ່າຍເມືອງຕຣົວເຫັນກອງທະຫານຖອນ ໜີ ຈິ່ງໄຂປະຕູເມືອງອອກມາ ຊຸກເອົາມ້ານັ້ນ ເຂົ້າໄວ້ໃນເມືອງ ເມື່ອຕົກຄ່ຳຄືນມາທະຫານທີ່ຢູ່ໃນທ້ອງມ້ານັ້ນ ກໍໄຂອອກ ມາແລ້ວລັກໄປໄຂປະຕູເມືອງ ທະຫານເກຣັກ ຈິງທະລຸເຂົ້າເມືອງຕຣົວ ຈົນໄດ້ຮັບໄຊຊະນະ ເມື່ອໄດ້ຮັບໄຊຊະນະແລ້ວ ຈຶ່ງນຳທັບກັບຄືນເມືອງຕອນກັບມາໄດ້ແວະຕີ ເກາະອີເລີດແລ້ວ ກໍເດີນເຮືອຕໍ່ ຈາກນັ້ນກໍມີລົມພະຍຸພັດເຮືອ ແລະ ເຮັດໃຫ້ເຮືອຂອງລາວຖືກພັດໄປຝັ່ງ ເມລິກາ.
ເວລາຂຶ້ນຝັ່ງໄປອາເມລິກາ ກໍໄດ້ພົບໝາກໄມ້ສະນິດໜຶ່ງດ້ວຍຄວາມຫິວ ທະຫານ ຄົນນັ້ນກໍໄປກິນ ກິນແລ້ວກໍພາກນຫຼົງໜ້າຫຼົງຫຼັງ ເມື່ອເຫັນແນວນັ້ນກໍໄດ້ອອກເດີນເຮືອຕໍ່ຈຶ່ງ ໄປພໍ້ອີກເກາະໜຶ່ງ ໃນນັ້ນມີຍັກຕາບອດຕາດຽວ ຊື່ວ່າ: ໂປລິແຟມ ອຸຍລິດ ແລະ ທະຫານ 8 ຄົນ ແລ້ວກໍອັດປະຕູໄວ້ ຈາກນັ້ນເຫຼົາໃຫ້ແຫຼມ ເມື່ອຍັກກັບມາຕອນແລງ ກໍຈັບກິນຈຳນວນ ໜຶ່ງ ອຸຍລິດ ຈິ່ງໄດ້ເອົາເຫຼົ້າໃຫ້ມັນກິນ ຍັກເມົາເຫຼົ້າແລ້ວກໍຖາມອຸຍລິດວ່າ: ເຈົ້າຊື່ຫຍັງ ? ອຸຍລິດບອກວ່າ ບໍ່ແມ່ນໃຜ ? ຍັກເມົາເຫຼົ້າແລ້ວກໍນອນສະບາຍ ເມື່ອເຫັນຍັກນອນຫຼັບດີ ແລ້ວ ອຸຍລິດໄດ້ເອົາໄມ້ແຫຼມສັກຕາມັນ ຍັກດິ້ນລົນຮ້ອງດ່າດ້ວຍຄວາມເຈັບປວດ ແລ້ວ ໄດ້ຄວາຫາ ອຸຍລິດ ແລະ ທະຫານທີ່ຍັງເຫຼືອ ກໍຈັບບໍ່ໄດ້ເມື່ອຮ້ອງດັງຂຶ້ນ ຍັກໂຕອື່ນໄດ້ ຍິນກໍໄດ້ມາຮ້ອງຖາມໃຜເຮັດຫຍັງ ມັນຕອບວ່າ: ບໍ່ແມ່ນໃຜ ຍັກຕົວອື່ນໄດ້ຍິນແນວນັ້ນກໍໜີໄປ.
ເມື່ອຮຸ່ງເຊົ້າມາ ເວລາຈະປ່ອຍແກະອອກຈາກຖ້ຳໂຕໃດ ມັນກໍລູບໆ ຄຳໆ ອຸຍລິດ ເຫັນກໍຄິດ ຢາກອອກຈາກຖ້ຳໄດ້ ຈິ່ງໄດ້ຈັບເອົາແກະມາຕິດຕໍ່ກັບ ເປັນຂະນວນໜຶ່ງ ແລ້ວແຂນຢູ່ທ້ອງ ຂອງມັນອອກມາຈາກຖ້ຳ ແລ້ວຫລຸດພົ້ນຈາກຄວາມຕາຍ.
ຈາກເກາະດັ່ງກ່າວຈິ່ງໄປພໍ້ເກາະນາລົກ ທີ່ນັ້ນກໍພົບພໍ້ເພື່ອນນັກຮົບເກົ່າຫຼາຍໆ ຄົນ ຕໍ່ມາກໍພົບເກາະຊິແລນ ເຊິ່ງແມ່ນເກາະຂອງ ນາງເທວະດາ ຢູ່ເກາະນັ້ນຍິນສຽງເພງ ທີ່ ອອນຊນທີ່ສຸດ ຖ້າໃຜກາຍໄປກໍບໍ່ສາມາດໜີໄປໄດ້ ເພາະອຳນາດສຽງເພງສາມາດຈະດຶງດູດຈິດໃຈໄວ້ ເມື່ອໄດ້ຍິນແນວ ນັ້ນ ຈຶ່ງສັ່ງໃຫ້ທະຫານທຸກຄົນ ຫາແນວອັດຫູໄວ້ແລ້ວ ເຮືອກໍສາມາດອອກຈາກ ເກາະນັ້ນໄດ້ໄປຈົນ ສຸດສຽງເພງ.
ຈາກນັ້ນກໍໄປພົບເກາະຍັກຊຽກເຊ ພັກເຊົາຢູ່ເກາະນັ້ນຊົ່ວຄາວທະຫານກໍພາກັນຂຶ້ນ ເກາະໄປກິນໝາກໄມ້ ແລ້ວກາຍເປັນໜູໝົດເຫຼືອແຕ່ ອຸຍລິດຜູ້ດຽວ ຈຶ່ງບັງຄັບເຮືອຕໍ່ໄປ ຈົນເຖິງເກາະນາງ ເທວະດາໂຊ ແລະ ຈົນມາເຖິງທີ່ແຫ່ງນີ້ ເມືອງຂອງເຈົ້າຊີວິດ ອານຊິໂນອົດ.
ເຈົ້າຊີວິດໄດ້ຟັງຢ່າງຍືດຍາວ ແລະ ເກີດຄວາມເຫັນໃຈ ແລະ ເຫັນໃຈໃນຄວາມ ຄິດຂອງອຸຍລິດທີ່ມີຄວາມຄິດຮອດຄິດເຖິງຄອບຄົວລູກເມຍ. ອີກອັນໜຶ່ງກໍຮູ້ຕື່ມວ່າ ລູກສາວ ຂອງຕົນມີຄວາມສົນໃຈໃນຕົວເມືອງອຸຍລິດ ແຕ່ຍ້ອນເຫັນໃຈອຸຍລິດຈຶ່ງໄດ້ຈັດສົ່ງອຸຍລິດກັບ ຄືນສູ່ບ້ານເກີດເມືອງນອນຂອງລາວດ້ວຍທາງເຮືອ, ອຸຍລິດໄດ້ມາເຖິງຝັ່ງອີຕັກ ເຊິ່ງແມ່ນ ບ້ານເກີດເມືອງນອນຂອງຕົນແລ້ວ ກໍໄດ້ປອມຕົວເປັນຄົນຂໍທານ ໃນທີ່ສຸດກໍພົບກັບ ເຕເລມາກ ທີ່ເປັນລູກຊາຍຕົນ ເມື່ອຮູ້ວ່າລູກແລ້ວກໍໄດ້ໃຫ້ລູກນຳພາມາຫາແມ່ ແຕ່ບໍ່ໃຫ້ບອກວ່າ ແມ່ນພໍ່ ຂອງຕົນເອງ ອຸຍລິດໄດ້ໄປອາໃສຢູ່ນຳ ນາງ ເປເນລົບ ພວກຂຸນາງ 108 ຮູ້ວ່າ ນາງ ເປເນລົບ ຮັບເອົາຄົນຈົນມາຢູ່ນຳຈຶ່ງເວົ້າສຽດສີ ແລະ ເວົ້າຢຽບຢາມ ແລະ ສືບຕໍ່ບັງຄັບ ໃຫ້ແຕ່ງງານ ນາງ ເປເນລົບ ຈຶ່ງວາງເງື່ອນໄຂຕື່ມອີກວ່າ: ຖ້າໃຜສາມາດກົ່ງທະນູຂອງຜົວ ໄດ້ ແລະ ສາມາດຍິງໃສ່ຂວານ 12 ດວງໃນຫ້ອງອາວຸດນັ້ນຊອດ,ຈຶ່ງຕົກລົງແຕ່ງງານ ແຕ່ບໍ່ມີໃຜສາມາດເຮັດໄດ້ ຄົນຂໍທານຈຶ່ງຂໍທົດລອງ ກົ່ງເບິ່ງແລ້ວກໍສາມາດກົ່ງໄດ້ ແລະ ຍັງຖືກເປົ້າໝາຍ ພ້ອມ​ນັ້ນ​ກໍ​ຍິງ​ທະນູຂ້າພວກຂຸນາງ 108 ຕາຍຈົນ​ໝົດ.
ນາງເປເນລົບ ຕົກຕະລຶງທັງດີໃຈ ແລະ ສົງໃສວ່າແມ່ນຜົວເກົ່າຂອງນາງ ແຕ່ຊາຍ ທຸກຄົນກໍບອກວ່າ: ບໍ່ແມ່ນອຸຍລິດ ນາງເປເນລົບ ບໍ່ເຊື່ອຈິງໃຫ້ແມ່ລ້ຽງຂອງອຸຍລິດມາກວດ ເບິ່ງ ຕີນຂອງອຸຍລິດ ເພາະມີຮອຍແປ້ວ ແມ່ລ້ຽງກໍຢັ້ງຢືນວ່າ ແມ່ນ ອຸຍລິດ ແທ້ ເປເນລົບ ກໍຫັນແຈບໃຈ ຈຶ່ງທົດລອງເບິ່ງອີກ ນາງບອກຄົນໃຊ້ວ່າ: ເອົາຕຽງເຄີຍນອນກ່ອນນັ້ນມາ ເບິ່ງແລ້ວ ມອບໃຫ້ເປັນຂອງຂວັນໃຫ້ຊາຍຄົນນັ້ນ ອຸຍລິດ ຈິ່ງຄິດໄດ້ ແລະ ເວົ້າອອກວ່າ ຕຽງນັ້ນບໍ່ສາມາດ ຍົກອອກມາໄດ້ ເພາະຂາຕຽງເບື້ອງໜຶ່ງນັ້ນ ແມ່ນເຮັດຕິດກັບຕໍໄມ້ຮອດ ເວລານີ້ ເປເນລົບ ຈຶ່ງແຈບອົກໃຈວ່າ ຊາຍຄົນນັ້ນ ແມ່ນຜົວຂອງຕົນແທ້.