ມະຫາກາບ ອີລີອາດ-ໂອດິດເຊ ໂດຍສັງເຂບ
ມະຫາກາບ ອີລີອາດ
ໄລຍະສົງຄາມທີ່ດຳເນີນໄປ
10 ກວ່າປີ ເຫັນວ່າເມືອງຕຣົວເສຍຫາຍໜັກ ທັງເສຍສົມບັດ ແລະ
ກຳລັງໄພ່ພົນເພາະເປັນຝ່າຍທີ່ຖືກຮຸກຮານ ກຣີເຊອິດ ແມ່ນນາງສາວງາມຜູ້ໜຶ່ງ
ເຊິ່ງເປັນລູກສາວຂອງພໍ່ເຖົ້າ ກຣີແຊັດ
ພໍ່ເຖົ້ານີ້ເປັນບວງສວງເທບພະເຈົ້າປະຈຳເມືອງຕຣົວ
ລູກສາວລາວຖືກຈັບເປັນສະເລີຍເສິກ ຕາມປະເພນີຂອງສາວງາມຕ້ອງໄດ້ເອົາຖວາຍແມ່ທັບໃຫຍ່.
ດັ່ງນັ້ນ, ນາງ ກຣີເຊວິດ ຈຶ່ງຖືກນຳໄປຖວາຍໃຫ້ ອາກາແມ່ນົງ ແມ່ທັບໃຫຍ່ແຫ່ງເກຣັກ ພໍ່ຂອງນາງ ກຣີເຊອິດ ເກີດມີ
ຄວາມອີດູສົງສານລູກສາວ ຈຶ່ງໄດ້ຊອກຫາເງິນຄຳໄປໄຖ່ຖອນເອົາ ນາງກຣີຊິວິດ ແຕ່ກໍຖືກປະຕິເສດ
ພໍ່ເຖົ້າຄົນນັ້ນເລີຍໝົດປັນຍາຈຶ່ງໄປບວງສວງເທບພະເຈົ້າອາພອນລົງ
(ເທບພະເຈົ້າ ແຫ່ງດວງຕາເວັນ) ໃຫ້ເທບພະເຈົ້າໄດ້ລົງໂທດທະຫານທີ່ຂາດມະນຸດສະທຳ
ເທບພະເຈົ້າຈຶ່ງບັນດານໃຫ້ເກີດໂລກລະບາດ
ຈາກນັ້ນກອງທັບສຳພັນເກຣັກຈຶ່ງຊຸດໂຊມລົງຜິດປົກກະຕິ. ແມ່ທັບອາຊີນ
ຈຶ່ງຮຽກປະຊຸມບັນດານາຍທະຫານຜູ້ສຳຄັນ ແລະ ໃຫ້ໝໍຫົນທຳນາຍເຫດການ ໝໍຫົນທວາຍວ່າ
ເປັນຍ້ອນອາກາແມນນົງ ບໍ່ຍອມສົ່ງລູກສາວຂອງພໍ່ເຖົ້າກຣີແຊັດ ອາກາແມນນົງ
ກໍວາງເງື່ອນໄຂວ່າ ຖ້າຈະສົ່ງລູກສາວແທ້ກໍ່ເອົາ ນາງບຣີເຊອິດ ເຊິ່ງແມ່ນນາງສາວສະເລີຍ ທີ່ມອບໃຫ້ອາຊິນນັ້ນ
ມາມອບໃຫ້ອາກາແມນນົງ ແຕ່ເທບພະທິດາ ອາກາເຕນາ ຫ້າມໄວ້ໃນທີ່ສຸດ ອາຊິນກໍລົງໂທດຍອມສະຫລະ ນາງບຣີເຊອິດ ໃຫ້ແກ່ ອາກາແມນນົງ ພ້ອມນັ້ນ ກໍໄດ້ຈັດແມ່ທັບໃຫ້ອຸຍລິດ
ນຳພານາງກຣີເຊອິດໄປສົ່ງພໍ່ຂອງລາວ.
ສ່ວນອາຊິນເສຍໃຈຫຼາຍ
ຈິ່ງສັ່ງຖອນແມ່ທັບຂອງຕົນອອກຈາກເມືອງຕຣົວ ພາໃຫ້ຂະບວນກອງທະຫານຂອງເກຣັກ ອ່ອນເພຍລົງຕື່ມ ກອງທັບເມືອງຕຣົວໄດ້ໂອກາດຈິງຂັບໄລ່ກອງທັບຂອງເກຣັກໃຫ້ຫ່າງອອກຈາກເມືອງ.
ເມື່ອອາກາແມນນົງເຫັນແນວນັ້ນ
ຈິ່ງໃຫ້ເມເນລາດຜູ້ເປັນນ້ອງຊາຍ ໄປຂໍຮ້ອງນຳ ອາຊິນ ເພື່ອໃຫ້ອອກສູ່ສະໜາມຮົບ ແຕ່ກໍຖືກອາຊິນປະຕິເສດ
ອາກາແມນນົງສົ່ງອຸຍລິດໄປອີກ ອາຊິນ ກໍປະຕິເສດໃນທີ່ສຸດ ອາຊິນກໍໄດ້ຮັບປາກຈະນຳພາກອງທະຫານຂອງຕົນອອກສູ່ສະໜາມຮົບ
ແຕ່ອາຊິນບໍ່ໄດ້ອອກສະໜາມດ້ວຍຕົນເອງ ແຕ່ມອບໃຫ້ເພື່ອນສະໜິດ ຊື່ວ່າ :
ປາໂຕກ ນຳພາທະຫານອອກສູ່ສະໜາມຮົບກ່ອນຈະຈາກກັນ ອາຊິນໄດ້ເຕືອນປາໂຕກ ວ່າ: ຢ່າເຫັນ ແກ່ໄຊຊະນະຢ່າງດຽວ
ຖ້າບຸກເຂົ້າໄປພໍຄວນແລ້ວຈັ້ງທ່າໄວ້ກ່ອນ ບໍ່ດັ່ງນັ້ນຈະໄດ້ຮັບອັນຕະລາຍ.
![]() |
| (ຮູບທີ 7 ກອງທັບເກຣັກກຽມຈະບຸກໂຈມຕີເມືອງຕຣົວ) |
ປາໂຕກອອກສະໜາມຮົບ ແລະ ເສຍຊີວິດ ຂ່າວການຕາຍຂອງປາໂຕກ
ຮອດຫູອາຊິນຄວາມຄຽດແຄ້ນຂອງອາຊິນຈິ່ງຕັດສິນໃຈ ອອກສູ່ສະໜາມຮົບໂດຍຂໍດາບນຳເທບພະເຈົ້າ ອາເຕນາ ແລະ ເທບອາເຕນາ ໄດ້ບອກອາຊິນວ່າ:
ອອກສູ່ສະໜາມຮົບເທື່ອນີ້ ຈະຕ້ອງເຖິງແກ່ຄວາມຕາຍ ແຕ່ອາຊິນໄດ້ຕັດສິນໃຈເພື່ອຊາດ ແລະ ສ່ຽວຮັກ
ອາຊິນໄດ້ສູ້ກັບແອັກຕໍ ເຫັນວ່າແອັກຕໍຕົກຢູ່ໃນທ່າຮັບຫຼາຍກວ່າ ບັນດາເທບພະເຈົ້າ ແລະ ຝູງຊົນກໍອອກມາເບິ່ງການຕໍ່ສູ້ຂອງສອງແມ່ທັບດັ່ງກ່າວ
ຜ່ານການຕໍ່ສູ້ເປັນເວລາເຫິງນານກໍບໍ່ມີໃຜເອົາຊະນະໄດ້
ເທບພະເຈົ້າທັງຫຼາຍຈິ່ງຕົກລົງເຫັນວ່າ ເອົາຊິງມາຊັ່ງເບິ່ງຂວັນ ຫຼື ວິຍານທັງສອງ
ຖ້າໃຜໜັກກວ່າແມ່ນຜູ້ນັ້ນຈະໄດ້ຊະນະຢ່າງສົມບູນ ທັງສອງຕ້ອງສູ້ກັນອີກ ແອັກຕໍ ຮູ້ສຶກຕົນເອງຈະຕ້ອງຕາຍ
ຈິ່ງໄດ້ເຂົ້າໄປຫາເມຍຢູ່ໃນວັງ ເມຍຂອງແອັກຕໍ ຊື່ວ່າ: ອິງໂດຣມັກ ລູກນ້ອຍຍັງຢູ່ໃນອ້ອມເອິກຂອງແມ່ ເມຍຂອງແອັກຕໍຮ້ອງໄຫ ເພາະຄິດເຖິງຜົວທີ່ຈະຕ້ອງຈາກໄປ,
ສ່ວນແອັກຕໍເຮັດໃຈແຂງເໝືອນນັກຮົບ
ແລ້ວສັ່ງລາເມຍແລະ ລູກ ພ້ອມນັ້ນກໍໃສ່ຊື່ໃຫ້ລູກຊາຍນ້ອຍ: ອັດສະເຈຍນັກ
ແລ້ວແອັກຕໍ ກໍອອກສູ່ສະໜາມຮົບ ກ່ອນຈະສູ້ກັບອາຊິນ ແອັກຕໍໄດ້ບອກວ່າ:
ຖ້າເຮົາຕາຍໄປແລ້ວໃຫ້ສົ່ງຊາກສົບຂອງເຮົາຄືນໃຫ້ຄອບຄົວ
ແຕ່ອາຊິນຍັງບໍ່ຫາຍຄວາມແຄ້ນ ຈິ່ງໄດ້ເອົາເຊືອກມັດຊາກສົບຂອງແອັກຕໍ ແລ້ວເອົາມ້າແກ່ເລາະລຽບບໍລິເວນສະໜາມດັ່ງກ່າວ
ເຈົ້າຊິວິດ ປີອາມ
ເຫັນແນວນັ້ນກໍອີດູສົງສານ ແລະ ເຫັນວ່າມັນບໍ່ເປັນການຍຸດຕິທຳ ຈິ່ງເຂົ້າໄປຂໍເອົາຊາກສົບແອັກຕໍ ນຳອາຊິນ ແຕ່ອາຊິນບໍ່ຍອມໃຫ້ ແບບດ້ວຍງ່າຍ
ດົນເຕີບອາຊິນຈິ່ງຕົກລົງມອບໃຫ້ ຈາກນັ້ນຊາກສົບຂອງແອັກຕໍຈຶ່ງຖືກສົ່ງສະການຢ່າງສົມກຽດ.
ສົງຄາມຍັງບໍ່ທັນສິ້ນສຸດ
ແລະ ທະຫານສຳພັນເກຣັກກໍບໍ່ສາມາດບຸກຢຶດເມືອງຕົວໄດ້ ແມ່ທັບຂອງເກຣັກຈຶ່ງໄດ້ປຶກສາຫາລືກັນ ແລະ
ວາງແຜນຖອນທະຫານກັບເກຣັກ ໂດຍການສ້າງມ້າໄມ້ຂຶ້ນແລ້ວເອົາທະຫານເຂົ້າເຊື່ອງຊ້ອນໄວ້
ເມື່ອທະຫານເມືອງ ຕຣົວເຫັນທະຫານສໍາພັນເກຣັກຖອນທັບ ກໍນຳມ້າໄມ້ເຂົ້າສູ່ເມືອງ ຕົກຕອນຄໍ່າທະຫານທີ່ຢູ່ໃນທ້ອງມ້າກໍອອກມາໄຂປະຕູເມືອງ
ແລ້ວທະຫານເກຣັກກໍຫຼັງໄຫຼເຈົ້າສູ່ເມືອງ.
![]() |
| (ຮູບທີ 8 ມ້າໄມ້ ທີ່ຊາວເກຣັກນຳເຂົ້າສູ່ເມືອງຕຣົວ) |
ທະຫານທັງສອງຝ່າຍໄດ້ຕໍສູ້ກັນຢ່າງດຸເດືອດລະຫວ່າງສອງຝ່າຍ
ທ້າວ
ປາຣີ ຜູ້ເປັນນ້ອງຊາຍຂອງ ແອັກຕໍ ກໍໄດ້ອອກສູ່ສະໜາມຮົບ
ແລະ ໄດ້ຕໍ່ສູ້ກັບອາຊີນ ເຮັດໃຫ້ອາຊິນຖືກບາດເຈັບທີ່ສົ້ນນ່ອງ
ແລ້ວກໍສິ້ນລົມຫາຍໃຈ ຕໍ່ມາທ້າວ ປາຣີ ກໍຕາຍໄປເຊັ່ນດຽວກັນ.
ເລື່ອງອີລີອາດໄດ້ສິ້ນສຸດດ້ວຍຄວາມໂສກເສົ້າເສຍໃຈ
ແລະ ເຕັມໄປດ້ວຍຊາກສົບ ທະຫານທັງສອງຝ່າຍ.
ຂ. ມະຫາກາບໂອດິດເຊ :
ໂອດິດເຊ
ເປັນກາວີນິພົນເລື່ອງທີ່ສອງຕໍ່ຈກາເລື່ອງອີລີອາດ
ເລື່ອງໂອດີເຊເວົ້າເຖິງການກັບຄືນສູ່ບ້ານເກີດຂອງທະຫານເກຣັກ ພາຍຫຼັງຊະນະສົງຄາມເມືອງຕຣົວ
ນັບແຕ່ອາລຸຍລິດໄດ້ຈາກຄອບຄົວໄປ 20 ກວ່າປີ ທາງຄອບຄົວກໍບໍ່ໄດ້ຂ່າວຄາວຫຍັງ ເລີຍເມື່ອລຸຍລິດ ຈາກໄປລູກຊາຍຂອງລາວຍັງກິນນົມຢູ່ ດຽວນີ້ລູກຊາຍໄດ້
20 ກວ່າປີແລ້ວ
ເມຍຂອງລາວຊື່ ເມເນລົບ ລູກຊາຍຊື່ວ່າ: ເຕເລມາກ ເວລານີ້ພວກສັກດີນາທ້ອງຖິ່ນ ຈຳ ນວນ 108
ໄດ້ບັງຄັບໃຫ້ ນາງ ເມເນລົບ ແຕ່ງງານກັບພວກເຂົາ ແຕ່ນາງຍັງມີຄວາມຊື່ສັດ ຕໍ່ຜົວ ນາງຫວັງວ່າຜົວຈະຕ້ອງກັບມາ
ດັ່ງນັ້ນນາງຈະປະຕິເສດ.
ຕໍ່ມາເມື່ອທົນກັບຄວາມຊູຊີຂອງພວກຂຸນາງ
108 ບໍ່ໄດ້ນາງຈຶ່ງຮັບປາກວ່າ: ນາງ ຈະຕ່ຳຫູກເພື່ອເອົາຜ້າໄປຫໍ່ສົບຂອງປູ່
ຕ້ອງລໍຖ້າຈົນກວ່ານາງຕ່ຳແລ້ວຈິ່ງແຕ່ງງານ ແຕ່ນາງ ຕ່ຳຫູກບໍ່ມີມື້ແລ້ວຈັກເທື່ອ ພວກ 108
ກໍໄດ້ຜັດປ່ຽນກັນມາຍາມທຸກໆມື້, ຕົວຈິງທີ່ນາງ ຕ່ຳຫູກບໍ່ແລ້ວ ເພາະວ່າມື້ຍາມກາງເວັນນາງຕ່ຳມື້
ແຕ່ກາງຄືນນາງມ້າງ ເຮັດແນວນັ້ນເລື້ອຍ ໆ
ເມື່ອສັກດີນາ 108 ຮູ້ກໍຫາວິທີບັງຄັບໃຫ້ ນາງແຕ່ງງານ, ນາງໄດ້ສົ່ງລູກຊາຍໄປສືບຫາພໍ່ ເຕເລມາກໄປມຸ່ງໜ້າໄປຖາມ ເພື່ອນຂອງພໍ່
ແຕ່ກໍບໍ່ຮູ້ຂ່າວຄາວຫຍັງ ເຕເລມາກ ກໍໄດ້ ໄປຫາ ເມກາລາດ, ເມກາລາດ ກໍບອກວ່າ ລຸຍລິດສຳເລັດວຽກງານແລ້ວ
ກຳລັງເດີນທາງ ກັບມາທາງທະເລ
ໄດ້ຂ່າວວ່າຢູ່ກັບນາງ ເທວະດາ ກາລິບໂຊ ຈາກນັ້ນກໍບໍ່ໄດ້ຂ່າວວ່າ ເປັນແນວໃດເລີຍ.
![]() |
(ຮູບທີ 9 ການກັບຄືນເກຣັກຂອງແມ່ທັບ ອຸຍລິດ)
|
ກ່າວເຖິງກອງປະຊຸມຂອງເທບພະເຈົ້າເທິງຈອມພູ ໂອແລມເປີ, ບັນດາເທບພະເຈົ້າ ລົງມາຕິໃຫ້ນາງເທວະດາກາລິບໂຊ ປ່ອຍຕົວອຸຍລິດ
( ນາງໄດ້ເອົາຕົວ ລຸຍລິດ ສາມາດ ຢູ່ເກາະນຳໄດ້ 7 ປີ ) ເພາະວ່າ ນາງ ຮັກອຸຍລິດ
ແຕ່ເຖິງເວລານັ້ນ ນາງຈຳເປັນຕ້ອງໄດ້ ປ່ອຍຕົວອຸຍລິດຕາມຄຳສັ່ງ ຂອງເທບພະເຈົ້າ.
ອີກຢ່າງໜຶ່ງ
ອຸຍລິດກໍບໍ່ເຄີຍສະແດງທ່າທີວ່າຮັກກັບ ນາງ ກາລິບໂຊ ຕະຫຼອດ 7 ປີ ວ່າ:
ລາວມັກນັ່ງຢູ່ແຄມນ້ຳ ຍາມແລງລາວແນມໄປສູ່ຂອບຟ້າອັນແສນໄກ ໃນຈິດໃຈ ກໍໄດ້ຄິດເຖິງຄອບຄົວ ແລະ
ບ້ານເກີດເມືອງນອນຂອງຕົນ.
ນາງ
ກາລິບໂຊ ໄດ້ແຕ່ງແພໃຫ້ ລຸຍລິດ ເພື່ອອອກໄປຈາກຝັ່ງໄປພໍສົມຄວນ ເທບພະເຈົ້າໂປ ເຊດົງ
ເຊິ່ງເປັນເທບພະເຈົ້າແຫ່ງມະຫາສະໝຸດ ທັງເປັນຜູ້ສະໜັບສະໜູນ ຝ່າຍເມືອງ ຕົວຫຼຽວເຫັນອຸຍລິດ ກໍມີຄວາມຄຽດແຄ້ນ
ຈຶ່ງເອົາຄ້ອນຄົນນ້ຳທະເລ ເຮັດໃຫ້ ເກີດເປັນຟອງ
ໃຫຍ່ເຮັດໃຫ້ແພຂອງອຸຍລິດຫຼົ້ມ ອຸຍລິດເກືອບຈົມນ້ຳຕາຍ ຈຶ່ງມີ ນາງ ເທວະດານິໂນວິໂນ
ບອກໃຫ້ອຸຍລິດ ແກ້ເຄື່ອງອອກແລ້ວເອົາແພມັດຄໍຂອງຕົນແກວ່ງເປັນ ແພນ້ອຍໃຫ້ ລຸຍລິດ.
ລຸຍລິດໄປເຖິງແຄມຝັ່ງແຫ່ງໜຶ່ງ
ຮູ້ສຶກເມື່ອຍຫຼາຍ ແລະ ຕົວກໍປຽກເລີຍໄປນອນຢູ່ ກ້ອງໄມ້ແຫ້ງແຄມຝັ່ງແຫ່ງນັ້ນ.
ໃນຄືນດຽວກັນນັ້ນ ເທບພະເຈົ້າອາແຕນນາໄດ້ບັນດານໃຫ້ ເຂົ້າຄວາມຝັນຂອງ ນາງ ໂນຊິກາ
ລູກສາວຂອງເຈົ້າຊິວິດອານເກໂອນົດ ຢູ່ເກາະແຫ່ງນັ້ນ ນາງຝັນວ່ານາງຈະໄດ້ຜົວ ແຕ່ກ່ອນຈະໄດ້ຜົວຕ້ອງໄປຊັກເຄື່ອງນຸ່ງຂອງ
ນາງໃນມື້ອື່ນ ຢູ່ແຄມທະເລ.
ເມື່ອຕື່ນຂຶ້ນມານາງໄປແກ້ຄວາມຝັນຕໍ່ພໍ່ແມ່,
ແມ່ກໍຕົກລົງໃຫ້ໄປພ້ອມກັບນາງສະ ໜົມ ຊັກເຄື່ອງແລ້ວກໍພາກັນຫຼິ້ນໝາກບານ
ດ້ວຍຄວາມມ່ວນຊື່ນຕອນໜຶ່ງໝາກບານໄດ້ຕົກ ຖືກອຸຍລິດ
ເຊິ່ງນອນຢູ່ເທິງກ້ອງໃບໄມ້ນັ້ນ ນາງໄດ້ຊອກເຄື່ອງນຸ່ງມາໃຫ້ອຸຍລິດ ແລ້ວພາໄປຫາພໍ່ແມ່ ພໍ່ແມ່ນາງ ໄດ້ຕອບຮັບເປັນຢ່າງດີ ນາງ ໂນຊິກາ ລູກສາວເຈົ້າຊິວິດເລີ້ມ ມີຄວາມ ສົນໃຈຕໍ່ອຸຍລິດ
ເຈົ້າຊິວິດໄດ້ຈັດງານລ້ຽງອຸຍລິດ ແລະ ບອກໃຫ້ອຸຍລິດເລົ່າເລື່ອງຜ່ານມາ ສູ່ຟັງຢ່າງລະອຽດ
ອຸຍລິດໄດ້ເລົ່າເລື່ອງຄວາມເປັນມາໃນ 20 ກວ່າປີ ຄື: ລາວເປັນທະ ຫານເກຣັກ ຖືກສົ່ງໄປປິດລ້ອມ ເມືອງຕຣົວ
ຕໍ່ສູ້ແບບຍາວນານ 10 ກວ່າໝູ່ ກໍບໍ່ສາມາດ ເຂົ້າເມືອງໄດ້
ຈຶ່ງອອກຄຳເຫັນວ່າ: ຕ້ອງເຮັດມ້າໂຕໜຶ່ງໃຫຍ່ໆ ແລະ ງາມຢູ່ໃນທ້ອງມ້ານັ້ນ ເອົາທະຫານໃສ່ໄວ້ແລ້ວຊຸກມາເຂົ້າໄປໄວ້ໃນ ປະຕູເມືອງ ຈາກນັ້ນກໍທຳທ່າຖອຍທັບອອກຫ່າງຈາກເມືອງ
ຝ່າຍເມືອງຕຣົວເຫັນກອງທະຫານຖອນ ໜີ ຈິ່ງໄຂປະຕູເມືອງອອກມາ ຊຸກເອົາມ້ານັ້ນ ເຂົ້າໄວ້ໃນເມືອງ ເມື່ອຕົກຄ່ຳຄືນມາທະຫານທີ່ຢູ່ໃນທ້ອງມ້ານັ້ນ
ກໍໄຂອອກ ມາແລ້ວລັກໄປໄຂປະຕູເມືອງ ທະຫານເກຣັກ ຈິງທະລຸເຂົ້າເມືອງຕຣົວ ຈົນໄດ້ຮັບໄຊຊະນະ
ເມື່ອໄດ້ຮັບໄຊຊະນະແລ້ວ ຈຶ່ງນຳທັບກັບຄືນເມືອງຕອນກັບມາໄດ້ແວະຕີ ເກາະອີເລີດແລ້ວ ກໍເດີນເຮືອຕໍ່ ຈາກນັ້ນກໍມີລົມພະຍຸພັດເຮືອ
ແລະ ເຮັດໃຫ້ເຮືອຂອງລາວຖືກພັດໄປຝັ່ງ ເມລິກາ.
ເວລາຂຶ້ນຝັ່ງໄປອາເມລິກາ
ກໍໄດ້ພົບໝາກໄມ້ສະນິດໜຶ່ງດ້ວຍຄວາມຫິວ ທະຫານ ຄົນນັ້ນກໍໄປກິນ ກິນແລ້ວກໍພາກນຫຼົງໜ້າຫຼົງຫຼັງ
ເມື່ອເຫັນແນວນັ້ນກໍໄດ້ອອກເດີນເຮືອຕໍ່ຈຶ່ງ ໄປພໍ້ອີກເກາະໜຶ່ງ
ໃນນັ້ນມີຍັກຕາບອດຕາດຽວ ຊື່ວ່າ: ໂປລິແຟມ ອຸຍລິດ ແລະ ທະຫານ 8 ຄົນ ແລ້ວກໍອັດປະຕູໄວ້
ຈາກນັ້ນເຫຼົາໃຫ້ແຫຼມ ເມື່ອຍັກກັບມາຕອນແລງ ກໍຈັບກິນຈຳນວນ ໜຶ່ງ ອຸຍລິດ
ຈິ່ງໄດ້ເອົາເຫຼົ້າໃຫ້ມັນກິນ ຍັກເມົາເຫຼົ້າແລ້ວກໍຖາມອຸຍລິດວ່າ: ເຈົ້າຊື່ຫຍັງ ?
ອຸຍລິດບອກວ່າ ບໍ່ແມ່ນໃຜ ? ຍັກເມົາເຫຼົ້າແລ້ວກໍນອນສະບາຍ ເມື່ອເຫັນຍັກນອນຫຼັບດີ ແລ້ວ ອຸຍລິດໄດ້ເອົາໄມ້ແຫຼມສັກຕາມັນ
ຍັກດິ້ນລົນຮ້ອງດ່າດ້ວຍຄວາມເຈັບປວດ ແລ້ວ ໄດ້ຄວາຫາ
ອຸຍລິດ ແລະ ທະຫານທີ່ຍັງເຫຼືອ ກໍຈັບບໍ່ໄດ້ເມື່ອຮ້ອງດັງຂຶ້ນ ຍັກໂຕອື່ນໄດ້ ຍິນກໍໄດ້ມາຮ້ອງຖາມໃຜເຮັດຫຍັງ ມັນຕອບວ່າ:
ບໍ່ແມ່ນໃຜ ຍັກຕົວອື່ນໄດ້ຍິນແນວນັ້ນກໍໜີໄປ.
ເມື່ອຮຸ່ງເຊົ້າມາ
ເວລາຈະປ່ອຍແກະອອກຈາກຖ້ຳໂຕໃດ ມັນກໍລູບໆ ຄຳໆ ອຸຍລິດ ເຫັນກໍຄິດ ຢາກອອກຈາກຖ້ຳໄດ້
ຈິ່ງໄດ້ຈັບເອົາແກະມາຕິດຕໍ່ກັບ ເປັນຂະນວນໜຶ່ງ ແລ້ວແຂນຢູ່ທ້ອງ ຂອງມັນອອກມາຈາກຖ້ຳ
ແລ້ວຫລຸດພົ້ນຈາກຄວາມຕາຍ.
ຈາກເກາະດັ່ງກ່າວຈິ່ງໄປພໍ້ເກາະນາລົກ
ທີ່ນັ້ນກໍພົບພໍ້ເພື່ອນນັກຮົບເກົ່າຫຼາຍໆ ຄົນ ຕໍ່ມາກໍພົບເກາະຊິແລນ ເຊິ່ງແມ່ນເກາະຂອງ
ນາງເທວະດາ ຢູ່ເກາະນັ້ນຍິນສຽງເພງ ທີ່ ອອນຊອນທີ່ສຸດ ຖ້າໃຜກາຍໄປກໍບໍ່ສາມາດໜີໄປໄດ້
ເພາະອຳນາດສຽງເພງສາມາດຈະດຶງດູດຈິດໃຈໄວ້ ເມື່ອໄດ້ຍິນແນວ ນັ້ນ ຈຶ່ງສັ່ງໃຫ້ທະຫານທຸກຄົນ ຫາແນວອັດຫູໄວ້ແລ້ວ ເຮືອກໍສາມາດອອກຈາກ ເກາະນັ້ນໄດ້ໄປຈົນ ສຸດສຽງເພງ.
ຈາກນັ້ນກໍໄປພົບເກາະຍັກຊຽກເຊ
ພັກເຊົາຢູ່ເກາະນັ້ນຊົ່ວຄາວທະຫານກໍພາກັນຂຶ້ນ ເກາະໄປກິນໝາກໄມ້ ແລ້ວກາຍເປັນໜູໝົດເຫຼືອແຕ່
ອຸຍລິດຜູ້ດຽວ ຈຶ່ງບັງຄັບເຮືອຕໍ່ໄປ ຈົນເຖິງເກາະນາງ
ເທວະດາໂຊ ແລະ ຈົນມາເຖິງທີ່ແຫ່ງນີ້ ເມືອງຂອງເຈົ້າຊີວິດ ອານຊິໂນອົດ.
ເຈົ້າຊີວິດໄດ້ຟັງຢ່າງຍືດຍາວ
ແລະ ເກີດຄວາມເຫັນໃຈ ແລະ ເຫັນໃຈໃນຄວາມ ຄິດຂອງອຸຍລິດທີ່ມີຄວາມຄິດຮອດຄິດເຖິງຄອບຄົວລູກເມຍ.
ອີກອັນໜຶ່ງກໍຮູ້ຕື່ມວ່າ ລູກສາວ ຂອງຕົນມີຄວາມສົນໃຈໃນຕົວເມືອງອຸຍລິດ
ແຕ່ຍ້ອນເຫັນໃຈອຸຍລິດຈຶ່ງໄດ້ຈັດສົ່ງອຸຍລິດກັບ
ຄືນສູ່ບ້ານເກີດເມືອງນອນຂອງລາວດ້ວຍທາງເຮືອ, ອຸຍລິດໄດ້ມາເຖິງຝັ່ງອີຕັກ ເຊິ່ງແມ່ນ ບ້ານເກີດເມືອງນອນຂອງຕົນແລ້ວ ກໍໄດ້ປອມຕົວເປັນຄົນຂໍທານ
ໃນທີ່ສຸດກໍພົບກັບ ເຕເລມາກ ທີ່ເປັນລູກຊາຍຕົນ
ເມື່ອຮູ້ວ່າລູກແລ້ວກໍໄດ້ໃຫ້ລູກນຳພາມາຫາແມ່ ແຕ່ບໍ່ໃຫ້ບອກວ່າ ແມ່ນພໍ່ ຂອງຕົນເອງ
ອຸຍລິດໄດ້ໄປອາໃສຢູ່ນຳ ນາງ ເປເນລົບ ພວກຂຸນາງ 108 ຮູ້ວ່າ ນາງ ເປເນລົບ
ຮັບເອົາຄົນຈົນມາຢູ່ນຳຈຶ່ງເວົ້າສຽດສີ ແລະ ເວົ້າຢຽບຢາມ ແລະ ສືບຕໍ່ບັງຄັບ ໃຫ້ແຕ່ງງານ
ນາງ ເປເນລົບ ຈຶ່ງວາງເງື່ອນໄຂຕື່ມອີກວ່າ: ຖ້າໃຜສາມາດກົ່ງທະນູຂອງຜົວ ໄດ້ ແລະ
ສາມາດຍິງໃສ່ຂວານ 12 ດວງໃນຫ້ອງອາວຸດນັ້ນຊອດ,ຈຶ່ງຕົກລົງແຕ່ງງານ ແຕ່ບໍ່ມີໃຜສາມາດເຮັດໄດ້
ຄົນຂໍທານຈຶ່ງຂໍທົດລອງ ກົ່ງເບິ່ງແລ້ວກໍສາມາດກົ່ງໄດ້ ແລະ ຍັງຖືກເປົ້າໝາຍ ພ້ອມນັ້ນກໍຍິງທະນູຂ້າພວກຂຸນາງ 108 ຕາຍຈົນໝົດ.
ນາງເປເນລົບ
ຕົກຕະລຶງທັງດີໃຈ ແລະ ສົງໃສວ່າແມ່ນຜົວເກົ່າຂອງນາງ ແຕ່ຊາຍ ທຸກຄົນກໍບອກວ່າ: ບໍ່ແມ່ນອຸຍລິດ ນາງເປເນລົບ
ບໍ່ເຊື່ອຈິງໃຫ້ແມ່ລ້ຽງຂອງອຸຍລິດມາກວດ ເບິ່ງ
ຕີນຂອງອຸຍລິດ ເພາະມີຮອຍແປ້ວ ແມ່ລ້ຽງກໍຢັ້ງຢືນວ່າ ແມ່ນ ອຸຍລິດ ແທ້ ເປເນລົບ ກໍຫັນແຈບໃຈ
ຈຶ່ງທົດລອງເບິ່ງອີກ ນາງບອກຄົນໃຊ້ວ່າ: ເອົາຕຽງເຄີຍນອນກ່ອນນັ້ນມາ ເບິ່ງແລ້ວ
ມອບໃຫ້ເປັນຂອງຂວັນໃຫ້ຊາຍຄົນນັ້ນ ອຸຍລິດ ຈິ່ງຄິດໄດ້ ແລະ ເວົ້າອອກວ່າ ຕຽງນັ້ນບໍ່ສາມາດ ຍົກອອກມາໄດ້
ເພາະຂາຕຽງເບື້ອງໜຶ່ງນັ້ນ ແມ່ນເຮັດຕິດກັບຕໍໄມ້ຮອດ ເວລານີ້ ເປເນລົບ ຈຶ່ງແຈບອົກໃຈວ່າ
ຊາຍຄົນນັ້ນ ແມ່ນຜົວຂອງຕົນແທ້.




ไม่มีความคิดเห็น:
แสดงความคิดเห็น